ການ​ນຳພັກ, ລັດ​ເຂົ້າ​ສຸ​ສານ​ໄວ້ອາ​ໄລ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາ​ດສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວ​ຽດ​ນາມ​ວັນ​ທີ 2 ກັ​ນ​ຍາ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2019), ຕອນເຊົ້າວັນທີ 30 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.
ການ​ນຳພັກ, ລັດ​ເຂົ້າ​ສຸ​ສານ​ໄວ້ອາ​ໄລ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາ​ດສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວ​ຽດ​ນາມ​ວັນ​ທີ 2 ກັ​ນ​ຍາ - ảnh 1ການນຳ ຫວຽດນາມເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ຢູ່ຮ່າໂນ້ຍ

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມິນ ເຂົ້າຮ່ວມພິທີໄວ້ອາໄລ.

        ເຂົ້າຮ່ວມພິທີຍັງມີ: ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ເຈິນດຶກເລຶອງ ອະດີດປະທານປະເທດ, ທ່ານ ຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາພະນັກງານປະຕິວັດຜູ້ອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

        ຫຼັງຈາກນັ້ນ, ຄະນະຜູ້ແທນກໍ່ໄດ້ໄປວາງພວງມາລາໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ