ການນຳພັກ,ລັດພົບປະກັບຜູ້ມີສິດເລືອກຕັ້ງ

ການນຳພັກ,ລັດພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ ດິງ​ເທ​ຮີ​ງ ຜູ້​ປະຈຳ​ການຄະນະ​ເລຂາທິການ​ສູນ​ກາງ​ພັກ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮ່ວາ​ບີ​ງ
(ພາບ: nhandan.com.vn)

(vovworld) – ​​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 08/03, ບັນດາ​ການ​ນຳ​ພັກ, ລັດ ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 13, ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ. ທີ່ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮ່ວາ​ບີ​ງ, ທ່ານ ດິງ​ເທ​ຮີ​ງ, ຜູ້​ປະຈຳ​ການຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ເນັ້ນ​ໜັກ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ສືບ​ຕໍ່​ນຳ​ປ​ະເທດ​ຊາດ​ພັດທະນາ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ກໍ່ສ້າງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫວຽດນາມ ສັງຄົມ​ນິຍົມ.

        ທີ່​ແຂວງ ກວາງ​ນາມ, ທ່ານ​ນາງ​ຮ​ອງປະທານ​ປະ​ເທດ ຫງວຽນ​ທິຢວານ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕາ​ແສງ ລຽມທ້ວນ, ​ເມືອງ ​ແທງ​ລຽມ ​ແລະ ​ຕາ​ແສງ ດົ່ນຊ໋າ, ​ເມືອງ ບີ​ງລູກ.

ຂ່າວ/ບົດ​ອື່ນ