ການນຳພັກ,ລັດ,ລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງ,ນະຄອນ

ການນຳພັກ,ລັດ,ລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງ,ນະຄອນ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:baoxaydung

(vovworld)- ​ ​ ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ອົງ​ຄ​ະ​ນະ​ພັກ​ແຂວງ ກວ໋າງ​ນີງ ຄັ້ງ​ທີ 14 ອາ​ຍຸ​ການ 2015- 2020 ຊື່ງ​ດຳ​ເນີນ​ໃນຕອນ​ເຊົ້າ​ວັນ​ທີ 13/10 ຢູ່ ນະ​ຄອນ ຮ້າ​ລອງ, ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ຍ້ອງ​ຍ​ໍ​ສັນ​ລະ​ເສີນ ແລະ ອວຍ​ພອນ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ ຊື່ງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປ​ະ​ຊາ​ຊົນ ບັນ​ດາ​ເຜົ່າ​ຢູ່​ແຂວງ ກວ໋າງ​ນີງ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫນີ ກອງ​ປະ​ຊຸມ​ໃຫຍ່ ຄວນ​ໄຈ້​ແຍກລະ​ອຽດ, ຕີ​ລາ​ຄາ​ຮອບ​ດ້ານ​ບັນ​ດາ​ຂໍ້​ຄົງ​ຄ້າງ ແລະ ຄວາມ​ຈຳ​ກັດ ເພື່ອ​ມີ​ມາ​ດ​ຕະ​ການ​ຍຸດ​ທະ​ສາດ​ໃຫ້​ອາ​ຍຸ​ການ​ຈະ​ມາ​ເຖິງ ບົນ​ພື້ນ​ຖານ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ, ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ.

ເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ ແຂວງ ກວ໋າງ​ນາມ ອາ​ຍຸ​ການ 2015-2020, ທ່ານ​ນາງ ຕອງ​ທິ​ຟອງ ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ: ບັນ​ດາ​ຜູ້​ແທນ​ຄວນ​ປຶກ​ສາ​ຫາ​ລື, ໄຈ້​ແຍກ​ສິ່ງ​ສະ​ດວກ, ຄວາມ​ຫຍຸ້ງ​ຍາກ ຕິດ​ພ​ັນ​ກັບ​ສະ​ພາບ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສຸມ​ໃສ່​ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ຍູ້​ແຮງວຽກ​ງານກໍ່​ສ້າງ​ພັກ.

        “ສືບ​ຕໍ່​ເປັນ​ເຈົ້າ​ການ​ລະ​ດົມ​ແຫລ່ງ​ກຳ​ລັງ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ. ເອົາ​ໃຈ​ໃສ່​ເຖິງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເປັນ​ຕົ້ນ​ແມ່ນ​ຄົມ​ມະ​ນາ​ຄົມ, ສ້າງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ແຂວງ ກວ໋າງ​ນາມ ກັບ​ບັນ​ດາ​ສູນ​ພັດ​ທະ​ນາ​ຂຶ້ນ​ກັບ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ ພາກ​ກາງ ແລະ ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ ແລະ ໄຕ​ງວຽນ.”

ໃນ​ວັນ​ດຽວ​ກັນ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ ເງ້​ອານ ອາ​ຍຸ​ການ 2015-2020. ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ ອົງ​ຄະ​ນະ​ພັກ​ແຂວງ ເບນ​ແຈ ຄັ້ງ​ທີ 10 ອ​າ​ຍຸ​ການ 2015-2020.

ຂ່າວ/ບົດ​ອື່ນ