ການນຳພັກ,ລັດ,ລັດຖະບານຫວຽດນາມໄວ້ອາໄລຜູ້ນຳກູບາ Fidel Castro Rus

ການນຳພັກ,ລັດ,ລັດຖະບານຫວຽດນາມໄວ້ອາໄລຜູ້ນຳກູບາ Fidel Castro Rus - ảnh 1
ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ Herminio Lope Diaz
(ພາບ: Trí Dũng/TTXVN)

(vovworld) - ຕອນ​ເຊົ້າ​ ວັນ​ທີ 28/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ, ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອ​ມ​ດ້ວຍ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ຫວຽດ​ນາມຫຼາຍ​ທ່ານ​ ​ໄດ້​ໄປ​ສະ​ຖານ​ທູດ​ກູ​ບາ​ ປະ​ຈຳ​ຫວຽດ​ນາມ ​ເພື່ອໄວ້​ອາ​ໄລ ແລະ ​ຂຽນໃສ່​ປຶ້ມ​ໄວ້​ອາ​ໄລ, ​ອາ​ໄລ​ຫາ​ການ​ນຳ ກູ​ບາ Fidel Castro Rus, ອາ​ດີດ​ເລ​ຂາ​ທິ​ການ​ຜູ້​ທີ່​ໜຶ່ງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ກູ​ບາ, ອາ​ດີດປະ​ທານ​ສະ​​ພາແຫ່ງ​ລັດ ແລະ ສະ​​ພາລັດ​ຖະ​ມົນ​ຕີ ກູ​ບາ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຟ້າມ​ບິ່ງ​ມິ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ໄດ້​​ມາ​ໄວ້​ອາ​ໄລ ແລະ ​ຂຽນໃສ່​ປຶ້ມ​ໄວ້​ອາ​ໄລ, ອາ​ໄລ​ຫາ​ການ​ນຳ ກູ​ບາ Fidel Castro Rus. ຫຼາຍ​ຄະ​ນະ​ຜູ້​ແທນ​ຂອງ​ບັນ​ດາ​ຂະ​ແໜງ​ການ, ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ, ຜູ້​ຕາງ​ໜ້າ​​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ຫວຽດ​ນາມ, ບັນ​ດາ​ຊາວ​ຫວຽດ​ນາມ​ທີ່​ເຄີຍ​ມີ​ໂອ​ກາດ​ໄດ້​ພົບ​ປະ, ສຳ​ພັດ​ກັບ​ເພິ່ນ, ບັນ​ດາ​ຜູ້ທີ່​ເຄີຍ​ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ​ຢູ່​ກູ​ບາ ກໍ່​ໄດ້​ໄປ​ໄວ້​ອາ​ໄລ ເພື່ອ​ອາ​ໄລ​ຫາ​ການ​ນຳ ກູ​ບາ Fidel Castro Rus ທີ່​ສະ​ຖານ​ທູດ​​ກູ​ບາ ປະ​ຈຳ​ຫວຽດ​ນາມ.

        ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກູ​ບາ ທ່ານ Herminio Lopez Diaz ເອກ​ອັກ​ຄະ​ລັດ​ຖະ​ທູດ​​ກູ​ບາປະ​ຈຳ​ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ສຳ​ລັບ​ອາ​ລົມ​ຈິດ ເຊິ່ງ​ພັກ, ລັດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ໄດ້ສະ​ຫງວນ​ໃຫ້​ຜູ້​ນຳ ກູ​ບາ Fidel Castro Rus. ສະ​ຖານ​ທູດ​ກູ​ບາ​ປະ​ຈຳ​ຫວຽດ​ນາມ ໄດ້​ເປີດ​ສະ​ໝຸດ​ບັນ​ທຶກ​ໄວ້​ອາ​ໄລ ການ​ນຳ ກູ​ບາ Fidel Castro Rus ແຕ່​ວັນ​ທີ 28/11-4/12/2016. 


ຂ່າວ/ບົດ​ອື່ນ