ການນຳພັກ,ລັດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສປປ.ລາວ ຕອນບ່າຍວັນທີ 24 ພະຈິກ, ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ໂດຍທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ ນຳໜ້າ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດລາວ  ບຸນຍັງ ວໍລະຈິດ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.

ການນຳພັກ,ລັດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບ

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຖືວ່າ, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, ສັນຍາຮ່ວມມືລະຫວ່າງ 2 ລັດຖະບານ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ຈະປະກອບສ່ວນເຂົ້າໃນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ເວົ້າລວມ ແລະ 2 ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະ.

        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ປາດຖະໜາວ່າ, ຮ່າໂນ້ຍ ອາດຈະເພີ່ມທະວີການແບ່ງປັນ, ແລກປ່ຽນບົດຮຽນພັດທະນາກັບນະຄອນຫຼວງວຽງຈັນ ໃນການກໍ່ສ້າງພື້ນຖານໂຄງລ່າງ, ຄຸ້ມຄອງຕົວເມືອງ ກໍຄືບັນດາຂົງເຂດສຶກສາ, ວັດທະນະທຳ, ສັງຄົມ.

        ສ່ວນທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ ຢືນຢັນວ່າ, ຫວຽດນາມ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີສະໜິດຕິດພັນພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ