ການນຳພັກ,ລັດຫວຽດນາມຕ້ອນຮັບອະດີດປະທານາທິບໍດີອາເມລິກາBill Clinton

ການນຳພັກ,ລັດຫວຽດນາມຕ້ອນຮັບອະດີດປະທານາທິບໍດີອາເມລິກາBill Clinton - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ
ທ່ານອະດີດປະທານາທິບໍດີ ອາ​ເມ​ລິ​ກາ Bill Clinton

(vovworld) – ຕອນ​ບ່າຍ​ວັນ​ທີ 2/7, ຢູ່​ຮ່າ​ໂນ້ຍ, ​ເມື່ອ​ໃຫ້ການ​ຕ້ອນຮັບ​ອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton ທີ່​ພວມ​ຢ້ຽມຢາມ​ຫວຽດນາມ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟູ໋ຈ້ອງ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແມ່ນຖືເປັນສຳຄັນ ແລະ ມານະພະຍາຍາມຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ. ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton ກໍ່ແລກປ່ຽນບາງບັນຫາໃນ ພາກພື້ນ ແລະ ສາກົນ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ. ສ່ວນ ອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ; ເຫັນດີຕໍ່ຄວາມຈຳເປັນຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ, ໃນນັ້ນເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍປະຫວັດສາດຂອງການຢ້ຽມຢາມອາເມລິກາຈະມາເຖິງຂອງທ່ານເລຂາທິການໃຫຍ່, ອວຍພອນໃຫ້ການຢ້ຽມຢາມສຳເລັດຜົນຢ່າງຈົບ ງາມ.

​​ໃນ​ວັນ​ດຽວ​ກັນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງ ກໍ່​ໃຫ້ການ​ຕ້ອນຮັບ ອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton. ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ, ​ເສັ້ນທາງ​ປອງ​ດອງ​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ຮັບ​ຜົນງານ​ໄດ້​ຄື​ປະຈຸ​ບັນ. ບັນດາ​ຜົນງານ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ 20 ປີຜ່ານມາ ​ແມ່ນ​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton ​ແລະ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ, ທ່ານນາງ Hillary Clinton. ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຢືນຢັນວ່າ: ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຈະ​ມາ​ເຖິງ​ຂອງ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອ​ມມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ສະ​​ແດງ​ໃຫ້​້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ລະ​ຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊົມ​ເຊີຍ​ບັນດາ​ກະຊວງ​, ຂະ​ແໜງ​ການ​ຂອງ ອ​າ​ເມ​ລິ​ກາ ​ໄດ້​ຕັ້ງໜ້າ​ໜູນ​ຊ່ວຍ ຫວຽດນາມ ​ເຈລະຈາ​ກັບ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​​ເຊັນສັນຍາ​ຄູ່​ຮ່ວມ​ມື​​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP). ພ້ອມ​ກັນ​ນັ້ນ, 2 ຝ່າຍ​ກໍ່ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຊົມ​ເຊ​ີຍຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ ​ແລະ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ​ກໍ່​ປາດ​ຖະໜາ​ຢາກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ​, ບົນ​ພື້ນຖານ​ກົດໝາຍ​ສາກົນ.

        ສ່ວນອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton ກໍ່​ຕີ​ລາຄາ​ສູງ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ໃນ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ພາຍຫຼັງ 2 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ. ອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clintonຖື​ວ່າ, ​ໃນ​ໄລຍະ​ໃໝ່ TPP ພວມ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພັກ​ຝ່າຍ​ຕ່າງໆ, ບັນດາ​ສະມາຊິກ​ລັດຖະສະພາ​ອາ​ເມ​ລິ​ກາ. ຫວັງ​ວ່າສອງ​ຝ່າຍ​ຈະແກ້​ໄຂ​ ສິ່ງ​ທີ່​ຍັງ​ຕິດ​ຂັດ ​ແລະ ລົງ​ນາມ​ໃນ​ສັນຍາ​ນີ້​ໂດຍ​ໄວ, ນີ້​ຈະ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ