ການ​ນຳ​ພັກ,ລັດ​ເຂົ້າ​ສຸສານ​​ໄວ້ອາ​ໄລ​ປະ​ທານ​ໂຮ່ຈີ​ມິນ​ແລະອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ

ການ​ນຳ​ພັກ,ລັດ​ເຂົ້າ​ສຸສານ​​ໄວ້ອາ​ໄລ​ປະ​ທານ​ໂຮ່ຈີ​ມິນ​ແລະອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ - ảnh 1

ການ​ນຳ​ພັກ,ລັດ​ເຂົ້າ​ສຸສານ​​ໄວ້ອາ​ໄລ​ປະ​ທານ​ໂຮ່ຈີ​ມິນ​ແລະ
ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ​ທີ 02/09 (02/09/1945 – 02/09/2016), ຕອນ​ເຊົ້າ​ວັນ​ທີ 01/09, ຄະ​ນະ​ຜູ​້ແທນ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ນຳ​ໜ້າ​​ໄດ້​ມາວາງ​ພວງມາລາ, ​ເຂົ້າ​ສຸສານ​ໄວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ ​ແລະ ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ທີ່ອະນຸສາວະລີ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ຖະໜົນ ບັ໋ກ​ເຊີນ.

        ກ່ອນນີ້ 71 ປີ, ວັນ​ທີ 02/09/1945, ຢູ່​ສະໜາມ​ຫລວງ ບາ​ດີງ ປະຫວັດສາດ, ຕໍ່ໜ້າພໍ່​ແມ່​ປະຊາຊົນນັບ​ໝື່ນໆ​ຄົນ ປະທານ ​ໂຮ່ຈີ​ມິນ ​​ໄດ້ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ - ປະຈຸ​ບັນ​ແມ່ນ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ.

ຂ່າວ/ບົດ​ອື່ນ