ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນແລະອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນແລະອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
(ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ
ແລະອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ)


(vovworld) – ​ເນື່ອ​ງ​ໃນ​​ໂອກາດ​ສະ​ເຫຼີມສະຫຼອງ 70 ປິ​ແຫ່ງ​ວັນ​ການ​ປະຕິວັດ​​ເດືອນ​ສິງຫາ (19/08/1945 – 19/08/2015) ​ແລະ ວັນຊາດ​ຫວຽດນາ​ມ ທີ 2 ກັນຍາ. ຕອນ​ເຊົ້າ​ວັນ​ທີ 01/09, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມປະ​ເທດ​ຊາດ​ຫວຽ​ດນາມ ​​ໄດ້ເຂົ້າ​ສຸສານໄວ້​ອາ​​ໄລ​​ປະທານ​​ໂຮ່ຈິ​ມິນ ​ແລະ ອາ​ໄລ​ຫາ​ບັນດາ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ​ອະດີດ​ປະທານ​ປະ​ເທດ ​ເຈີ​ນດຶກ​ເລືອງ ​ແລະ ຫວຽນ​ມິ​ງຈ໋ຽດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ການ​ນຳ, ອະ​ດີດ​ການ​ນຳພັກ, ລັດ, ບັນດາ​ກະຊວງ, ຂະ​ແໜງການ​ສູ​ນກາງເຂົ້າ​ຮ່ວມ. ໜ້າ​ທີ່​ນີ້, ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ, ຈົດ​ຈຳ​ບຸ​ນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​​ໂຮ່ຈິ​ມິນ ສຳລັບ​ພາລະ​ກິດ​ປະຕິວັດ​ຂອງ​ພັກ​ ​ແລະ ຊາດ.

          ຕໍ່​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ, ​ໄດ້​ພ້ອມ​ກັນ​ວາງ​ພວງມາລາ​ຢູ່​ອະ​ນຸສາ​ວະລີ​ອາ​ໄລ​ຫາ​ນັກຮົບ​ທີ່​ເສ​ຍສະ​ຫຼະຊີວິດ​ເພື່ອ​ຊາດ ທີ່​ໄດ້​ຕໍ່​ສູ້ຢ່າງ​ພິລະ​ອາດ​ຫານ, ​ເສຍສະຫຼະຊີວິດ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ, ​ເພື່ອ​ພື້ນຖານ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ ​ແລະ ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ