ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດສະ​ຫຼອງ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ

(VOVWORLD) -ຕອນເຊົ້າວັນທີ 01 ກັນຍາ, ຄະນະການນຳພັກ, ລັດ ໄດ້ເຂົ້າຂ່ຳນັບສູ້ສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນ, ອາໄສຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດອານຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັ໊ກເຊີນ, ຮ່າໂນ້ຍ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະຕິວັດເດືອນ ສິງຫາ ແລະ ວັນຊາດປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020), ຕອນເຊົ້າວັນທີ 01 ກັນຍາ, ຄະນະການນຳພັກ, ລັດ ໄດ້ເຂົ້າຂ່ຳນັບສູ້ສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນ, ອາໄສຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດອານຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັ໊ກເຊີນ, ຮ່າໂນ້ຍ.

ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດສະ​ຫຼອງ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໄປທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

(ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໄປທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ເນັ້ນໜັກວ່າ: ໜ້າທີ່ຄວາມຮັບຜິດຊອບຂອງພວກເຮົາແມ່ນຕ້ອງປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ ໃຫ້ໄດ້, ປະຕິບັດຖະແຫຼງການປະກາດເອກະລາດ ເຊິ່ງແມ່ນເອກະສານສະບັບທຳອິດຂອງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງທົ່ວໂລກຮູ້ຈັກເຖິງ, ຕ້ອງຮັກສາເອກະລາດ, ເສລີພາບຂອງປະເທດຊາດດ້ວຍທຸກວິທີ ແລະ ໃນບໍ່ວ່າສະພາບການໃດ.

ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດສະ​ຫຼອງ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ - ảnh 2 (ການນຳພັກ, ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ)

ແລະກໍ່ໃນຕອນເຊົ້າວັນດຽວກັນ, ການນຳພັກ, ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ; ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ທ່ານອະດີດປະທານປະເທດ ເຈືອງເຕິ໊ນຊາງ, ທ່ານອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ… ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ລັດຖະບານ, ບັນດາພະນັກງານອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ໝູ່ຄະນະສູນກາງ. ພວງມາລາຂອງຄະນະການນຳມີແຖວໜັງສືຂຽນວ່າ “ຄິດຮອດຄິດເຖິງບຸນຄຸນປະທານໂຮ່ຈີມິນ ຜູ້ນຳຍິ່ງໃຫຍ່ຕະຫຼອດໄປ”. ດ້ວຍຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ບັນດາການນຳພັກ, ລັດ ໄດ້ອາໄລຫາປະທານໂຮ່ຈີມິນ, ການນຳຍິ່ງໃຫຍ່ທີ່ມີຄວາມປີຊາສາມາດ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນຳຂອງໂລກ. ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ປະຊາຊົນ, ປະເທດຊາດ, ນຳພາພັກ ແລະ ປະຊາຊົນສ້າງບັນດາໄຊຊະນະອັນສະຫງ່າລາສີ, ສ້າງຄວາມດົງດັ່ງໃຫ້ແກ່ປະເທດຊາດ.

          ຕໍ່ຈາກນັ້ນ, ຄະນະການນຳພັກ, ລັດ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັ໊ກເຊີນ.

          ແລະກໍ່ໃນຕອນເຊົ້າວັນທີ 01 ກັນຍາ, ບັນດາຄະນະຜູ້ແທນຄື: ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍ… ກໍ່ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ ແລະ ວາງພວງມາລາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັ໊ກເຊີນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ