ການນຳພັກ,ລັດໄຫວ້ອາໄລຢູ່ສຸສານປະທານໂຮ່ຈີມິນ

ການນຳພັກ,ລັດໄຫວ້ອາໄລຢູ່ສຸສານປະທານໂຮ່ຈີມິນ - ảnh 1
ການນຳພັກ,ລັດໄຫວ້ອາໄລສຸສານປະທານໂຮ່ຈີມິນ

(vovworld) – ​ເນື່ອງ​ໃນ​ໂອກ​າດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015), ຕອນ​ເຊົ້າ​ວັນ​ທີ 29/4, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ ແລະ ຈັດ​ຕັ້ງ​ພິ​ທີໄຫວ້​ອາ​ໄລ​​ລະ​ດັບ​ຊາດ​ຢູ່​ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ.

        ຄະ​ນະ​ຜູ້​ແທນ​ເຂົ້າໄຫວ້ອາ​ໄລ​​ຢູ່​ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ນຳ​ໜ້າ. ໃນ​ພວງ​ມາ​ລາ​ມີ​ແຖວ​ໜັງ​ສື​ທີ່​ວ່າ: “ຍາມ​ໃດ​ກໍ່​ຈົດ​ຈຳ​ບຸນ​ຄຸນ​​ທ່ານປະ​ທານ ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່”. ບັນ​ດາ​ຜູ້​ແທນ​ໄດ​້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ໃຫຍ່ຫຼວງ​ຕໍ່​​ຜູ້​ນຳ​ທີ່​ແສນເຄົາ​ລົບ​ຮັກ, ນັກ​ວິ​ລະ​ຊົນ​ປົດ​ປ່ອຍ​ຊາດ, ອາ​ຈານ​ຜູ້​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ, ​ຜູ້​ທີ່​ໄດ​້​ອຸ​ທິດ​ຕະຫຼອດ​​ຊີ​ວິດ​ຂອງ​ຕົນ​ເພື່ອ​ເອ​ກະ​ພາບ, ເສ​ລ​ີ​ພາບ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

        ຈາກນັ້ນ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່​ອ​ຊາດ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ ເລ​ແທງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ນຳ​ໜ້າ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ​ນັກ​​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງ​ນະ​ຄອນ.

        ຄະ​ນະ​ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ກໍ່​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ວາງ​ພວງ​ມາ​ລາ​​ອາ​ໄລ​ຫາປະ​ທານ ໂຮ່​ຈີ​ມິນ ຢູ່​ຫໍ​ພະ​ພິດ​ທະ​ພັນ ໂຮ່​ຈີ​ມິນ ສາ​ຂາ ນະ​ຄອນ ໂຮ່​ຈີ​ມິນ ແລະ ປະ​ທານ ໂຕນ​ດຶກ​ຖັ໋ງ ຢູ່ຫໍ​ພະ​ພິດ​ທະ​ພັນ ໂຕນ​ດຶກ​ຖັ໋ງ.


ຂ່າວ/ບົດ​ອື່ນ