ການ​ນຳ​ລັດ​, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ​ບາງ​ແຂວງ

(VOVWORLD) - ທ່ານປະທານປະເທດຖືວ່າ ດ້ວຍອັດຕາຄອບຄົວທຸກຍາກຍັງຢູ່ລະດັບສູງ, ໜ້າທີ່ສຳຄັນແຖວໜ້າຂອງປະຊາຊົນຕາແສງ ຊວຍຈາຍ ແມ່ນສາມັກຄີກັນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ການ​ນຳ​ລັດ​, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ​ບາງ​ແຂວງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງກ່າວຄຳເຫັນທີ່ວັນບຸນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບແຫ່ງຊາດ (18/11/1930 - 18/11/2023), ຕອນເຊົ້າວັນີ 11 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ກັບພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບ້ານ ໄຊຢຶງ, ຕາແສງ ຊວຍຈາຍ, ເມືອງ ເຊີນຮ່ວາ, ແຂວງ ຝຸອຽນ. ທີ່ການໂອ້ລົມກັບພໍ່ແມ່ປະຊາຊົນ, ທ່ານປະທານປະເທດ ເນັ້ນໜັກວ່າ ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນ ມູນເຊື້ອອັນລ້ຳຄ່າຂອງຊາດ ຫວຽດນາມ.

ທ່ານປະທານປະເທດຖືວ່າ ດ້ວຍອັດຕາຄອບຄົວທຸກຍາກຍັງຢູ່ລະດັບສູງ, ໜ້າທີ່ສຳຄັນແຖວໜ້າຂອງປະຊາຊົນຕາແສງ ຊວຍຈາຍ ແມ່ນສາມັກຄີກັນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ສູ້ຊົນທຸກໆປີ, ອັດຕາຄອບຄົວທຸກຍາກຈະຫຼຸດລົງປະມານ 3 – 4 % ຫຼືສູງກ່ວາ. ທ່ານປະທານປະເທດ ກໍ່ປາດຖະໜາວ່າພໍ່ແມ່ປະຊາຊົນຈະເອົາໃຈໃສ່, ສ້າງເງື່ອນໄຂທີ່ສະດວກຫຼາຍກ່ວາອີກ ໃຫ້ແກ່ພາລະກິດແຫ່ງການຮ່ຳຮຽນຂອງລູກຫຼານຕົນ ຍ້ອນວ່າການຮຽນແມ່ນເສັ້ນທາງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

ໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ການນຳ ແນວໂຮມປະເທດຊາດ ຫວຽດນາມ, ແຂວງຝຸອຽນໄດ້ມອບຂອງຊວັນໃຫ້ແກ່ພະນັກງານຄຸ້ມຄອງການສຶກສາ, ຄູສອນດີເດັ່ນ, ພໍ່ແມ່ປະຊາຊົນທີ່ມີອິດທິພົນຊື່ສຽງ ແລະ ນັກຮຽນດີເດັ່ນ.

ແລະກໍ່ໃນຕອນເຊົ້າວັນທີ 11 ພະຈິກ, ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫວະ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເຂດຊຸມຊົນເລກ 10, ຕາແສງ ຮ່ວາຮຽນບັກ, ເມືອງລຽນຈຽວ, ນະຄອນ ດ່ານັ້ງ. ກ່າວຄຳເຫັນທີ່ວັນບຸນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເ້ນັ້ນໜັກວ່າ ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນມູນເຊື້ອອັນລ້ຳຄ່າຂອງຊາດ. ທ່ານປະທານສະພາແຫ່ງຊາດ ກໍ່ໄດ້ຕີລາສູງສູງພໍ່ແມ່ປະຊາຊົນເຂດຊຸມຊົນເລກ 10 ກໍ່ຄືປະຊາຊົນຕາແສງ ຮ່ວາຫຽບບັກ ຍາມໃດກໍ່ເຫັນດີເຫັນພ້ອມ, ຮ່ວມເດີນທາງພ້ອມກັບນະຄອນປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ ໃນການຜັນຂະຫຍາຍໂຄງການທ່າກຳປັ່ນ ລຽນຈ໋ຽວ; ທ່ານປາດຖະໜາຢາກໃຫ້ ພໍ່ແມ່ປະຊາຊົນ ສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງພ້ອມກັບນະຄອນແກ້ໄຂ ບັນດາຄວາມຫຍຸ້ງຍາກເກີດຂຶ້ນ, ສ້າງເງື່ອນໄຂສະດວກໃຫ້ແກ່ໂຄງການສືບຕໍ່ ຜັນຂະຫຍາຍທີ່ຮັບປະກັນໄດ້ຄວາມກ້າວໜ້າທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ