ການນຳລັດຖະບານ,ນະຄອນຮ່າໂນ້ຍໄປອວຍພອນຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສມາດ

ການນຳລັດຖະບານ,ນະຄອນຮ່າໂນ້ຍໄປອວຍພອນຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສມາດ - ảnh 1
ທ່ານ​ເລຂາ​ຄະນະ​ພັກ ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ຫງີ້ ​ໄດ້​ລົງ​ມອບ​ຂອງຂວັນ ​ແລ​ະ ​ອວຍພ​​ອນ​ເຂດ​ຊາວ​ຄຼິດ
(ພາບ: baomoi.com)


(vovworld) – ທີ່​ການ​ພົບ​ປະ​ໃນ​ວັນ​ທີ 21/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ເຂດ​ຊາວ​ຄຼິດ ຊວນ​ໂລກ ​ໃນ​ພາ​ລະ​ກິດ​ພັດທະນາ​ເສດຖະກິດ - ສັງ​ຄົມຂອງ​ແຂວງ ດົ່ງ​ນາຍ ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​​ເວົ້າ​ລວມ. ພິ​ເສດ​ແມ່ນ​​ເລື່ອງ​ເຂດ​ຊາ​ວຄຼິດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ໃຫຍ່​ຄື: ກອງ​ປະຊຸມ​ລະຫວ່າງ​ສະພາ​ສັງ​ຄະ​ລາດ ອາຊີ, ກອງ​ປະຊຸມ​ສະພາ​ສັງ​ຄະລາດ ຫວຽດນາມ ..​​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: ບັນດາ​ສັງ​ຄະລາດ, ຜູ້​ມີ​ຍົດຖາ​ບັນດາສັກ​ສືບຕໍ່ຂົນຂວາຍ​ຊາວ​ຄຼິດມາ​ນະພະ​ຍາ​ຍາມ​ໃນ​ບົດບາດ​ເປັນ​ຊາວ​ຄຼິດດີ​, ພ້ອມ​ທັງ​​ແມ່ນພົນລະ​ເມືອງ​ຜູ້​ທີ່​ດີ, ​ເຮັດ​ຫຼ້ອນ​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ຂອງ​ຊາວ​ຄຼິດທີ່​ມີ​ຕໍ່​ປະ​ເທດ​ຊາດ.

    ສັງ​ຄະລາດ ດາ​ມິ​ງຫງວຽນ​ຈູ​ຈິງ ຂໍ​ຂອບ​ອົບ​ຂອບ​ໃຈ​ຕໍ່​ພັກ ​ແລະ ລັດ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເຂດ​ຊາວ​ຄຼິດ ​ເຄື່ອນ​ໄຫວ​ຕາມ​ແນ​ວທາງ, ທິດ​ນຳ​ຂອງສາສະໜາ​ຄຼິດ. ພ້ອມ​ທັງ​ຢັ້ງຢືນ​ຈະ​ສືບ​ຕໍ່​ຂົນຂວາຍ​ບັນດາ​ຜູ້​ມີຍົດ​ຖາ​ບັນດາສັກ, ຄຸນ​ພໍ່ ​ແລະ ຊາວ​ຄຼິດດຳລົງ​ຊີວິດ​ດ້ວຍ​ເມດ​ຕາ​ຈິດ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​​ໃຫ້​ນັບ​ມື້​ນັບ​ສີວິ​ໄລ, ຮັ່ງມີ, ສວຍ​ງາມ.

    ​ແລະ​ກໍ່​ໃນ​ວັນ​ທີ 22/12, ທ່ານ​ເລຂາ​ຄະນະ​ພັກ ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ຫງີ້ ​ໄດ້​ລົງ​ມອບ​ຂອງຂວັນ ​ແລ​ະ ​ອວຍພ​​ອນ​ເຂດ​ຊາວ​ຄຼິດ ຮ່າ​ມລອງ, ​ເມືອງ ຮ່ວານ​ກຽມ ​ແລະ ​ເຂດ​ຊາວ​ຄຼິດ ​ເກື໋ອບັກ, ​ເມືອງ ບາ​ດິ່ງ, ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ