ການ​ນຳ​ລັດ​ເຊຍ, ຈີນ​ເຫັນ​ດີ​ເປັນ​ເອ​ກະ​ພາບຍົກ​ລ​ະ​ດັບ​ການ​ພົວ​ພັນ​ສອງ​ຝ່າ​ຍ

(VOVWORLD) -ຕາມທ່ານ Putin ແລ້ວ, ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ລັດເຊຍ ແລະ ຈີນບັນລຸໄດ້ “ລະດັບສູງທີ່ຍັງບໍ່ເຄີຍມີມາກ່ອນ”
ການ​ນຳ​ລັດ​ເຊຍ, ຈີນ​ເຫັນ​ດີ​ເປັນ​ເອ​ກະ​ພາບຍົກ​ລ​ະ​ດັບ​ການ​ພົວ​ພັນ​ສອງ​ຝ່າ​ຍ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ (ພາບ: SPUTNIK)

       ລັດເຊຍ ແລະ ຈີນ ໄດ້ເຫັນດີເປັນເອກະພາບຍົກການພົວພັນສອງຝ່າຍຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງການຮ່ວມມືໃຫ້ແກ່ສະໄໝໃໝ່. ຄວາມຕັດສິນໃຈນີ້ໄດ້ຍົກອອກມາໃນການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ໃນວັນທີ 05 ມິຖຸນາ, ຢູ່ວັງ Kremlin.

        ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກວ່າ ການຢ້ຽມຢາມ ລັດເຊຍ ຂອງທ່ານ ສີຈິ້ນຜິງ “ແມ່ນເຫດການຫຼັກແຫຼ່ງ” ໃນການພົວພັນລະຫວ່າງ ສອງປະເທດ. ຕາມທ່ານ Putin ແລ້ວ, ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ລັດເຊຍ ແລະ ຈີນບັນລຸໄດ້ “ລະດັບສູງທີ່ຍັງບໍ່ເຄີຍມີມາກ່ອນ”

        ສ່ວນທ່ານ ປະທານປະເທດຈີນ ສີຈິ້ນຜິງ ໄດ້ສະແດງຄວາມຫວັງວ່າ ການພົວພັນລະຫວ່າງ ສອງປະເທດ ຈະນັບມື້ນັບດີຂຶ້ນກ່ວາອີກ.

        ພາຍຫຼັງ ການພົບປະເຈລະຈາ, ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໄດ້ເນັ້ນໜັກເຖິງການຄາດຄະເນຈະເພີ່ມທະວີການຮ່ວມມືຍຸດທະສາດເພື່ອແນໃສ່ປົກປັກຮັກສາສະຖຽນລະພາບໃນພາກພື້ນ ແລະ ທົ່ວໂລກ, ສະໜັບສະໜູນເລື່ອງຮັກສາການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ, ພ້ອມທັງສະໜັບສະໜູນບັນດາບາດກ້າວມຸ່ງໄປສູ່ເຊິ່ງກັນ ແລະ ກັນຂອງ ພຽງຢາງ ແລະ ວໍຊິງຕັນ. ລັດເຊຍ ແລະ ຈີນຈະສືບຕໍ່ມານະພະຍາຍາມເພື່ອຮັບປະກັນບັນດາບັນຫາຢູ່ແຫຼມເກົາຫຼີຄວນໄດ້ຮັບການແກ້ໄຂຜ່ານບັນດາມາດຕະການທາງການເມືອງ. ສ່ວນບັນຫາ ຊີຣີ, ການນຳສອງປະເທດ ລັດເຊຍ ແລະ ຈີນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງໜູນຊ່ວຍໃນວິວັດການຟື້ນຟູປະເທດຕາເວັນອອກກາງນີ້. ກ່ຽວກັບວິກິດການຢູ່ ເວເນຊູເອລາ, ລັດເຊຍ ແລະ ຈີນ ໄດ້ຮຽກຮ້ອງການໜູນຊ່ວຍໂດຍສັນຕິວິທີໃຫ້ແກ່ປະເທດນີ້ເພື່ອຫຼີກລ້ຽງການແຊກແຊງທາງການທະຫານ. ນອກຈາກນັ້ນ, ມົດສະກູ ແລະ ປັກກີ່ງກໍ່ເນັ້ນໜັກວ່າ ຄວນປົກປ້ອງການຮ່ວມມືເສດຖະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບອີຣານ, ຕ້ານຄືນບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ