ການ​ນຳ​ລັດ​ເຊຍ ແລະ ຈີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ສະ​ພາບ​ການຢູ່ ຢູ​ແກຼນ

(VOVWORLD) - ທ່ານປະທານປະເທດຈີນ ສືຈິນຜິງ ໃຫ້ຮູ້ວ່າ ຈີນ ຈະຕັດສິນໃຈຕໍ່ຫຼັກໝັ້ນຂອງຕົນ ອີງຕາມຄຸນຄ່າຂອງບັນຫາ.
ການ​ນຳ​ລັດ​ເຊຍ ແລະ ຈີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ສະ​ພາບ​ການຢູ່ ຢູ​ແກຼນ - ảnh 1

 ລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ມົດສະກູ ເມື່ອວັນທີ 18/2/2022 (ພາບ: AFP/TTXVN)

ວັນທີ 25 ກຸມພາ, ທ່ານປະທານປະເທດຈີນ ສືຈິນຜິງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin ກ່ຽວກັບສະພາບການຢູ່ ຢູແກຼນ. ທ່ານປະທານປະເທດຈີນ ສືຈິນຜິງ ໃຫ້ຮູ້ວ່າ ຈີນ ຈະຕັດສິນໃຈຕໍ່ຫຼັກໝັ້ນຂອງຕົນ ອີງຕາມຄຸນຄ່າຂອງບັນຫາ, ທ່ານຖືວ່າ ຕ້ອງປະລະຈີນຕະນາການສົງຄາມເຢັນ, ເຄົາລົບຄວາມສົນໃຈດ້ານຄວາມໝັ້ນຄົງອັນຊອບທຳຂອງບັນດາປະເທດ, ສ້າງຕັ້ງກົນໄກຄວາມໝັ້ນຄົງຂອງເອີລົບ ທີ່ມີຄວາມດຸ່ນດ່ຽງ, ມີປະສິດທິຜົນ ແລະ ຍືນຍົງ ຜ່ານການເຈລະຈາ. ຈີນ ສະໜັບສະໜູນ ລັດເຊຍ ແລະ ຢູແກຼນ ແກ້ໄຂບັນຫາຜ່ານການເຈລະຈາ.

ສວ່ນທ່ານ ປະທານາທິບໍດີລັດເຊຍ Vladimir Putin ກໍ່ໄດ້ອະທິບາຍເຫດຜົນທີ່ບັງຄັບໃຫ້ລັດເຊຍ ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ຕາເວັນອອກ, ໃນນັ້ນໄດ້ຊີ້ແຈ້ງວ່າ ແຕ່ດົນນານມາແລ້ວ, ອົງການນາໂຕ ແລະ ອາເມລິກາ ໄດ້ເມີນເສີຍຕໍ່ຄວາມວິຕົກວັງວົນອັນຊອບທຳກ່ຽວກັບບັນຫາຄວາມໝັ້ນຄົງຂອງລັດເຊຍ ແລະ ຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ດຳເນີນການເຈລະຈາຂັ້ນສູງກັບ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ