ການນຳລັດເຊຍ,ຝະລັງ, ອັງກິດປຶກສາຫາລື ກ່ຽວກັບຢູແກຼນຢູ່ ນອກກອງປະຊຸມ G20


ການນຳລັດເຊຍ,ຝະລັງ, ອັງກິດປຶກສາຫາລື ກ່ຽວກັບຢູແກຼນຢູ່ ນອກກອງປະຊຸມ G20 - ảnh 1

ປະທານາທິບໍດີລັດເຊຍ V.Putin ​ແລະ

ນາຍົກລັດຖະມົນຕີອັງກິດ David Cameron ທີ່ ກອງປະຊຸມ G20

 (ພາບ: AP)

(vovworld)- ​ ບັນຫາ​ຢູ​ແກຼນ ​ແມ່ນ​ຫົວ​ເລື່ອງ​ຕົ້ນຕໍ​ໃນ​ການ​ພົບ​ປະ​ເມື່ອ​ວັນ​ທີ 15/11 ລະຫວ່າງ​ປະທານາທິບໍດີ​ລັດ​ເຊຍ V.Putin ກັບ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ແລະ ປະທານາທິບໍດີຝະລັງ Francois Hollande ຢູ່​ນອກ​ກອງ​ປະຊຸມ​ຂັ້ນສູງກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົນ​ເດັ່ນ​ຂຶ້ນ​ອັນ​ດັບ 1 ​ໃນ​ໂລກ (G20) ພວມ​ຈັດ​ຂຶ້ນຢູ່​ອົດ​ສະ​ຕາ​ລີ. ​ທ່ານ Dmitry Peskov ເລຂາ​ຂ່າວສານ​ຂອງປະທານາທິບໍດີ​ລັດ​ເຊຍ V.Putin ​ໃຫ້​ຮູ້​ວ່າ: ທີ່​ການ​ພົບ​ປະຄັ້ງຕ່າງໆ, ບັນດາ​ຝ່າຍ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​​ປັບປຸງ​​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ຖືກ​ຊົ່ວ​ຮ້າຍ​ລົງຍ້ອນ​ວິ​ກິດ​ການ​ຢູ່ ຢູ​ແກຼນ, ຖື​ວ່າ, ຕ້ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ແກ້​ໄຂ​ວິ​ກິດ​ການ, ສິ່ງດັ່ງກ່າວ​ໄດ້​ສ້າງ​ໂອກາດ​ລົບ​ລ້າງບັນດາ​ທັດສະນະ​ສຸ​ຢັນ​ກັນ​ລະຫວ່າງ​ບັນດາ​ຝ່າຍ./.

ຂ່າວ/ບົດ​ອື່ນ