ການນຳລາວ ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ

(VOVWORLD) - ບັນດາການນຳກໍ່ໄດ້ຮັບຮູ້ໝາກຜົນການຮ່ວມມື ໃນໄລຍະຜ່ານມາຂອງສອງນະຄອນຫຼວງ ຕາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສອງນະຄອນຫຼວງ ໄລຍະ 2022-2025
ການນຳລາວ ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ - ảnh 1(ທ່ານເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ດິງຕ້ຽນຢຸ້ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ)

        ໃນຂອບເຂດການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ໃນລະຫວ່າງວັນທີ 11-12 ມີນາ, ວັນທີ 12 ມີນາ ທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ທ່ານເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ດິງຕ້ຽນຢຸ້ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຢູ່ທີ່ບັນດາການເຄື່ອນໄຫວຕ້ອນຮັບ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງໝາກຜົນກອງປະຊຸມປຶກສາຫາລື ລະຫວ່າງ ທ່ານເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ດິງຕ້ຽນຢຸ້ງ ແລະ ທ່ານເລຂາຄະນະພັກນະຄອນຫຼວງວຽງຈັນ ອະນຸພາບ ຕຸລາລົມ. ບັນດາການນຳກໍ່ໄດ້ຮັບຮູ້ໝາກຜົນການຮ່ວມມື ໃນໄລຍະຜ່ານມາຂອງສອງນະຄອນຫຼວງ ຕາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສອງນະຄອນຫຼວງ ໄລຍະ 2022-2025, ເປັນຕົ້ນແມ່ນບັນດາການຊ່ວຍເຫຼືອທີ່ແທດຈິງຂອງນະຄອນຫຼວງ ຮ່າໂນ້ຍ ໃຫ້ແກ່ນະຄອນຫຼວງວຽງຈັນ; ສະແດງຄວາມໝັ້ນໃຈວ່າ ທັງສອງນະຄອນຫຼວງ ຈະຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໃໝ່ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ກ່ວາເກົ່າ; ຫວັງວ່າ: ຮ່າໂນ້ຍຈະແລກປ່ຽນບັນດາບົດຮຽນ, ປະສົບການໃນຫຼາຍຂົງເຂດ ກັບບັນດາທ້ອງຖິ່ນຂອງ ລາວ ຢ່າງຕັ້ງໜ້າ.

ການນຳລາວ ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ - ảnh 2(ທ່ານເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ດິງຕ້ຽນຢຸ້ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ)

ການນຳລາວ ເຊື່ອໝັ້ນວ່າ ສອງນະຄອນຫຼວງ ຈະນຳການພົວພັນຮ່ວມມືມິດຕະພາບໃຫ້ກາຍເປັນຕົວແບບໃນການຮ່ວມມືຂັ້ນທ້ອງຖິ່ນ ລະຫວ່າງ ຫວຽດນາມ - ລາວ, ປະກອບສ່ວນເພີ່ມທະວີ ແລະ ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຊື່ສັດບໍລິສຸດ ຫາຍາກໃນໂລກ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ