ການນຳລາວ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳການຄ້າຫວຽດນາມ

ການນຳລາວ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳການຄ້າຫວຽດນາມ - ảnh 1
ທ່ານຮອງ​ປະທານ​ປະ​ເທດລາວ ບຸນ​ຍັງ ວໍລະ​ຈິດ ຕ້ອນຮັບ
ລັດຖະມົນຕີ​ວ່າການກະຊວງ​ອຸດ​ສາ​ຫະກຳການຄ້າຫວຽດນາມ
(ພາບ: TTXVN)

​(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ແຕ່ວັນ​ທີ 02 - 04/03, ຕອນ​ບ່າຍ 03/03, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ອຸດ​ສາ​ຫະກຳການຄ້າຫວຽດນາມ ​ໂດຍທ່ານລັດຖະມົນຕີ​ວ່າການ​ ຫວູຮຸຍ​ຮ່ວາງ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ພົບ​ປະ​ກັບທ່ານຮອງ​ປະທານ​ປະ​ເທດລາວ ບຸນ​ຍັງ ວໍລະ​ຈິດ. ທ່ານລັດຖະມົນຕີວ່າການ ຫວູຮຸຍຮ່ວາງ ​ໄດ້​ລາຍ​ງານ​ຕໍ່ທ່ານຮອງ​ປະທານ​ປະ​ເທດລາວ ໝາກຜົນ​​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຂອງ​ຄະນະ ​ກໍ​່ຄື​ໝາກຜົນ​ການ​ພົບ​ປະ​ເຈລະຈາລະຫວ່າງກະຊວງ​ອຸດສາຫະກຳການ​ຄ້າ 2 ປະ​ເທດ ​ແລະ ແຈ້ງ​​ໃຫ້​ຊາບ​ວ່າ 2 ກະຊວງ​ໄດ້​ລົງ​ນາມ​ສັນຍາ​ການ​ຄ້າ ​ຕາມ​ການ​ມອບ​ສິດ​ຂອງ​ 2 ລັດຖະບານ ​ເພື​່ອ​ແທນ​ໃຫ້ສັນຍາ​ການ​ຄ້າ​ທີ່ໄດ້​ຮັບ​ການລົງ​ນາມລະຫວ່າງ ລັດຖະບານຫວຽດນາມ ​ແລະ ລັດຖະບານລາວ ​ເມື່ອປີ 1998. ທ່ານລັດ​ຖະມົນຕີ​ວ່າການ ຫວູຮຸຍ​ຮ່ວາງ ຖື​ວ່າ, ການ​ເຈລະຈາ​ມີ​ຄວາມໝາຍ​ສຳຄັນ​ທີ​ສຸດເພື່ອ​ມຸ່ງ​ໄປ​ເຖິງ​ການລົງ​ນາມ​ສັນຍາ​. ທ່ານລັດຖະມົນຕີ​ວ່າການ ຫວູຮຸຍ​ຮ່ວາງ ສະ​ເໜີ​​ໃຫ້ການ​ນຳ 2 ປະ​ເທດ ມີ​ບັນດາ​ຄຳ​ສັ່ງ​ຊີ້ນຳຢ່າງ​ທັນ​ການເພື່ອຊ່ວຍ​ໃຫ້​ບັນດາກະຊວງ, ຂະ​ແໜງ​ການ 2 ຝ່າຍສົມທົບ​ກັນແໜ້ນ​ແຟ້ນ, ​​ແນ​ໃສ່ປະຕິບັດ​ສັນຍາ​ຢ່າ​ງມີ​ປະສິດທິ​ຜົນ, ຖື້ກກັບຄາດໝາຍທີ​່ໄດ້​ວາງ​ອອກ. ທ່ານຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ຢືນຢັນ​ວ່າ ຈະ​ຮຽກຮ້ອງ​​ໃຫ້ບັນ​ດາ​ກະຊວງ, ຂະ​ແໜງ​ການຂອງລາວ ສົມທົບ​ ກັບ​ບັນດາ​ກະຊວງ, ຂະ​ແໜງ​ຂອງ​ຫວຽດນາມ ​ຢ່າງ​ແໜ້ນ​ແຟ້ນເພື່ອ​ປະຕິບັດ​ສັນຍາ​​ໃຫ້ຖືກ​ຕາມ​ຄວາມຮຽກຮ້ອງ​​ເ​ຊິ່ງ 2 ປະ​ເທດໄດ້​ວາງ​ອອກ. ທ່ານຮອງ​ປະທານ​ປະ​ເທດລາວ ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ, ບົນ​ຈິດ​ໃຈ​ມູນ​ເຊື້ອ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​, ລາວ ​ແລະ ຫວຽດນາມ ຈະ​ປະຕິບັດ​ສຳ​ເລັດທຸກ​ຄາດໝາຍ​​ທີ່​ສັນຍາ​ໄດ້​ວາ​ອອກ​​.

ຂ່າວ/ບົດ​ອື່ນ