ການນຳວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນວັດທະນະທຳ,ສື່ມວນຊົນ ກວາງຊີ (ປະເທດຈີນ)

(VOVWORLD) -  ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກິ້ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ
ການນຳວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນວັດທະນະທຳ,ສື່ມວນຊົນ ກວາງຊີ (ປະເທດຈີນ) - ảnh 1 ການຕ້ອນຮັບໃນວັນທີ 6 ພະຈິກ

ຕອນເຊົ້າວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນວັດທະນະທຳ, ສື່ມວນຊົນແຂວງ ກວາງຊີ (ປະເທດຈີນ) ໂດຍທ່ານນາງ ຟານແສວລີ, ຫົວໜ້າຄະນະໂຄສະນາຄະນະພັກເຂດປົກປ້ອງດ້ວຍຕົນເອງ ກວາງຊີ (ປະເທດຈີນ) ເປັນຫົວໜ້າຄະນະ.

        ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກິ້ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ; ພ້ອມທັງຢັ້ງຢືນການຢ້ຽມຢາມຂອງຄະນະແມ່ນການເຄື່ອນໄຫວມີຄວາມໝາຍ, ກົງກັບໂອກາດດຳເນີນສັບປະດາຂັ້ນສູງ APEC ຢູ່ ຫວຽດນາມ.

        ເມື່ອຕີລາຄາປະສິດທິຜົນຂອງຂໍ້ຕົກລົງຮ່ວມມືລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງປະຊາຊົນ ກວາງຊີ ໃນໄລຍະຜ່ານມາ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກິ້ ເນັ້ນໜັກວ່າ:

        “ປີ 2008, ວິທະຍຸ 2 ແຫ່ງຂອງພວກເຮົາໄດ້ລົງນາມໃນການຮ່ວມມືນຳກັນ. ໃນເວລາເກືອບ 10 ປີ, ວິທະຍຸ 2 ແຫ່ງໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຄື: ໂຄສະນາກ່ຽວກັບພາລະກິດແຫ່ງການປ່ຽນໃໝ່ຢູ່ ຫວຽດນາມ ແລະ ພາລະກິດປະຕິຮູບເປີດປະຕູຢູ່ຈີນ, ໃນນັ້ນ ມີການພົວພັນລະຫວ່າງບັນດາອົງການທ້ອງຖິ່ນຂອງ ຫວຽດນາມ ກັບແຂວງ ກວາງສີ. 2 ຝ່າຍໄດ້ແລກປ່ຽນບັນດາຄະນະນັກຂ່າວ, ສົມທົບນຳກັນຈັດຕັ້ງບາງໂຄງການຮ່ວມມືລະອຽດ ແລະ ແທດຈິງທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ