ການນຳວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນວາລະສານ ອາລຸນໃໝ່

(VOVWORLD) -  ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ໃຫ້ການຕ້ອນຮັບ, ເຮັດວຽກກັບຄະນະຜູ້ແທນວາລະສານ ອາລຸນໃໝ່ ໂດຍທ່ານ ສິນໄຊ ຕະກຸນສັກ, ຮັກສາການຫົວໜ້າຄະນະບັນນາທິການວາລະສານ ອາລຸນໃໝ່ ເປັນຫົວໜ້າຄະນະ
 
ການນຳວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະຜູ້ແທນວາລະສານ ອາລຸນໃໝ່ - ảnh 12 ຝ່າຍຖ່າຍຮູບທີ່ລະນຶກພາຍຫຼັງການຕ້ອນຮັບ 

ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ VOV  ຫວູຫາຍ ໄດ້ແນະນຳພື້ນຖານກ່ຽວກັບໂຄງປະກອບ, ການເຄື່ອນໄຫວຂອງ VOV ແລະ ການຮ່ວມມືຂອງ VOV ກັບບັນດາອົງການສື່ມວນຊົນ, ວິທະຍຸໃນໂລກ, ໃນນັ້ນມີວິທະຍຸກະຈາຍສຽງແຫ່ງຊາດລາວ. ທ່ານ ຫວູຫາຍໄດ້ເນັ້ນໜັກວ່າ: VOV ແມ່ນອົງການສື່ສານຫຼາຍຮູບແບບ, ມີ 4 ຮູບການສື່ສານເຊິ່ງລວມມີ: ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ. VOV ມີ 8 ຊ່ອງກະຈາຍສຽງ, 18 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ ແລະ 1 ໜັງສືພິມ. ທ່ານ ສິນໄຊ ຕະກຸນສັກ, ຮັກສາການຫົວໜ້າຄະນະບັນນາທິການວາລະສານ ອາລຸນໃໝ່ ມີຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ, ເຮັດວຽກກັບ VOV ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳ VOV. ກ່າວຄຳເຫັນນະທີ່ນີ້, ທ່ານກ່າວວ່າ:

ເທບສຽງທ່ານ

ສິນໄຊ ຕະກຸນສັກ

ຕອບກັບ

ຂ່າວ/ບົດ​ອື່ນ