ການນຳສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນພົບປະກັບຜູ້ແທນຊາວໜຸ່ມຫວຽດນາມ 28 ຄົນເຂົ້າຮ່ວມ SSEAYP 45

(VOVWORLD) -ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ອ້າຍເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ໄດ້ມີການພົບປະກັບຜູ້ແທນຊາວໜຸ່ມຫວຽດນາມ 28 ຄົນ ກ່ອນທີ່ຈະເຂົ້າຮ່ວມລາຍການ ກ່ຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ (SSEAYP) ຄັ້ງທີ 45.

ການນຳສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນພົບປະກັບຜູ້ແທນຊາວໜຸ່ມຫວຽດນາມ 28 ຄົນເຂົ້າຮ່ວມ SSEAYP 45 - ảnh 1 ພົບປະກັບຜູ້ແທນຊາວໜຸ່ມຫວຽດນາມ 28 ຄົນເຂົ້າຮ່ວມ SSEAYP 45

(ພາບ: doanthanhnien.vn)

ກ່າວຄຳເຫັນທີ່ການພົບປະ, ອ້າຍ ເລກວັກຟອງ ປາດຖະໜາຢ່າງໃຫ້ຜູ້ແທນຊາວໜຸ່ມ 28 ຄົນເຂົ້າຮ່ວມການເດີນທາງດ້ວຍຄວາມສຸດຈິດສຸດໃຈ, ມີສະຕິຮັບຜິດຊອບກັບຕົວເອງ, ກັບປະເທດຊາດ. ສະມາຊິກແຕ່ລະຄົນທີ່ປະຕິບັດໜ້າທີ່, ຄວາມຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີນັ້ນ ຈະປະກອບສ່ວນຊ່ວຍໃຫ້ຄະນະຜູ້ແທນຫວຽດນາມ ປະຕິບັດສຳເລັດໜ້າທີ່ທີ່ຕາງໜ້າໃຫ້ຊາວໜຸ່ມຫວຽດນາມ, ຕາງໜ້າໃຫ້ປະເທດຫວຽດນາມ ເຂົ້າຮ່ວມລາຍການ SSEAYP 45.

        ຜູ້ຕາງໜ້າ 28 ຄົນທີ່ເຂົ້າຮ່ວມການເດີນທາງໃນປີ 2018 ຄັ້ງນີ້ ແມ່ນໄດ້ຮັບການຄັດເລືອກມາຈາກຊາວໜຸ່ມຜູ້ດີເດັ່ນນັບພັນຄົນໃນທົ່ວປະເທດ. ບັນດາຜູ້ແທນຈະຕາງໜ້າໃຫ້ໄວໜຸ່ມຫວຽດນາມ ປະກອບສຽງເວົ້າເຂົ້າໃນບັນດາບັນຫາສັງຄົມທີ່ຮ້ອນເຮັ່ງທີ່ພວມໄດ້ຮັບຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ