ການນຳສປປລາວຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ

ການນຳສປປລາວຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ - ảnh 1
ການນຳລາວ ຕ້ອນຮັບ
ທ່ານເລຂາຄະນະ​ພັກນະ​ຄອນໂຮ່ຈິ​ມິນ ​ເລ​ແທງ​ຫາຍ
(ພາບ: kpl.gov.la)


(vovworld) – ​​​ໂດຍສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ.ລາວ​ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນໂຮ່ຈິ​ມິນ ​ໂດຍທ່ານ ​ເລ​ແທງ​ຫາຍ ​ເລຂາຄະນະ​ພັກ​ນະຄອນ​ນຳ​ໜ້າ, ວັນ​ທີ 8/4, ຄະນະ​ຜູ້​ແທນ​ໄດ້​ພົບ​ປະ​​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ສປປ​.ລາວ​ ທອງ​ສິງ ທຳ​ມະວົງ, ທ່ານ​ຮອງ​ປະທານ​ປະ​ເທດ ສປປ.ລາວ ບຸນ​ຍັງ ວໍລະ​ຈິດ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 7/4 ຄະນະ​​ໄດ້​​ເຂົ້າ​ຢ້ຽມ​ຂ່ຳນັບ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມມາລີ ​ໄຊ​ຍະ​ສອນ.

        ທີ່​ການ​ພົບ​ປະຕ່າງໆ, ທ່ານເລຂາຄະນະ​ພັກນະ​ຄອນໂຮ່ຈິ​ມິນ ​ເລ​ແທງ​ຫາຍ ຢືນຢັນ​ວ່າ: ນະຄອນ​ໂຮ່ຈິ​ມິນ ​ຖື​ເປັນ​ສຳຄັນ ​ແລະ ​ເຮັດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຮັກສາ, ປັບປຸງ, ພັດທະນາ​ການ​ພົວພັນ​ພິ​ເສດ​ກັບ ສປປ.ລາວ ​ເວົ້າ​ລວມ ​ແລະ ບັນດາ​ທ້ອງ​ຖິ່ນ ລາວ ​ເວົ້າ​ສະ​ເພາະ; ຮັກສາ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ແຮກສ່ຽວ​ກັບນະຄອນຫຼວງ ວຽງ​ຈັນ ​ແລະ ​ແຂວງ ຈຳປາ​ສັກ ຢ່າງ​ບໍ່​ຢຸດ​ຢັ້ງ.

         ທ່ານ​ເລຂາຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ປາດ​ຖະໜາ​ວ່າ: ລັດຖະບານ ລາວ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກໍ່​ຄື​ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈິ​ມິນ ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຢູ່ ລາວ ຢ່າງ​ມີ​ປະສິດທິ​ຜົນ.  ທ່ານ​ກໍ່​ໄດ້ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ພັດທະນາ​ຢ່າງເລິກ​ເຊິ່ງ, ກ້ວາງ​ຂວາງ​​ໃນ​ທຸກ​ຂົງ​ເຂດ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ.

ຂ່າວ/ບົດ​ອື່ນ