ການນຳສະພາແຫ່ງຊາດ,ລັດຖະບານກຳປູເຈຍຕ້ອນຮັບເລຂາຄະນະພັກນະຄອນໂຮ່ຈີມິນ

ການນຳສະພາແຫ່ງຊາດ,ລັດຖະບານກຳປູເຈຍຕ້ອນຮັບເລຂາຄະນະພັກນະຄອນໂຮ່ຈີມິນ - ảnh 1
ທ່ານ​ ດິງລາ​ທັງ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາງ Men Sam An

(vovworld) – ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ, ວັນ​ທີ 02/06, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ດິງລາ​ທັງ ​ເລ​ຂາ​ຄະນະ​ພັກ​ນະຄອນ ນະຄອນ​ໂຮ່ຈີ​ມິນ ນຳ​ໜ້າ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ການ​ນ​ຳສະພາ​ແຫ່ງ​ຊາດ ​ແລະ ລັດຖະບາ​ນລາຊະ​ອານາຈັກ ກຳປູ​ເຈຍ. ທີ່​ການ​ພົບ​ປະ​ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ປະທານກິດ​ຕິ​ມະ​ສັກ​ພັກ​ປະຊາຊົນ ກຳປູ​ເຈຍ (CPP), ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ຊາດ ກຳປູ​ເຈຍ, ທ່ານ Samdech Heng Samrin ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ​ໂດຍ​ພາຍ​ໃຕ້​ການ​ຊີ້ນ​ຳນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ຫວຽດນາມ ຈະ​ຍາດ​ໄດ້​ບັນດາ​ຜົນງານ​​ໃຫຍ່​ຫລວງ​ກ່ວາ​ອີກ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin ສະ​ແດງ​ຄວາມ​ສະໜັບສະໜູນ​ບັນດາ​ຂໍ້​ຕົກລົງ, ຄຳ​ໝັ້ນ​ສັນຍາ ກໍ່​ຄື​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ນະຄອນ ພະນົມ​​ເປັນ ​ແລະ ນະຄອນ ​ໂຮ່ຈີ​ມິນ ກໍ່​ຄື​ບັນດາ​ເນື້ອ​ໃນ ​ເຊິ່ງ 2 ນະຄອນ​​ໄດ້ສົມທົບ​ກັນ​ໃນ​​ໄລຍະ​ຜ່ານ​ມາ ​​ແລະ ປາດ​ຖະໜາວ່າ​ການ​ພົວພັນ​ຮ່ວມ​ມື​ນັບ​ມື້​ນັບ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ.

        ສ່ວນ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດິງລາ​ທັງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ສູງ​ໃຫ້ການ​ພົວພັນ​ກັບ ກຳປູ​ເຈຍ, ປາດ​ຖະໜາ​ພ້ອມ​ກັບ ກຳ​ປູ​ເຈຍ ມານະ​ພະຍາ​ຍາ​ມຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ນຳ ​“ການ​ພົວພັນຖານ​ບ້ານ​ໃກ້​ເຮືອນຄຽງ​ອັນ​ດີງາມ​, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ ແລະ ຍາວ​ນານ” ​ໃຫ້ສືບ​ຕໍ່​ພັດທະນາ, ນຳ​​ເອົາຜົນ​ປະ​ໂຫຍ​ດມາ​ໃຫ​ປະຊາຊົນ 2 ປະ​ເທດ​ຢ່າງ​ແທດ​ຈິງ, ປະກອບ​ສ່ວນ​​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ ດິງລາ​ທັງ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາງ Men Sam An ຮອງ​ນາຍົກລັດຖະມົນຕີ ລັດຖະບານ ລາຊະ​ອານາຈັກ ກຳປູ​ເຈຍ, ລັດຖະມົນຕີ​ການ​ພົວພັນ​ສະພາ​ແຫ່ງ​ຊາດ, ສະພາ​ສູງ ​ແລະ ກວດກາ, ປະທານ​ສະມາຄົມ​ມິດຕະພາບ ກຳປູ​ເຈຍ - ຫວຽດນາມ.

ຂ່າວ/ບົດ​ອື່ນ