ການນຳສເກົາຫລີກ່າວເຕືອນກ່ຽວກັບການກະທຳເກາະຜິດຂອງສປປເກົາຫລີໃນໂອກາດສະເຫລີມສະຫລອງວັນສຳຄັນ

ການນຳສເກົາຫລີກ່າວເຕືອນກ່ຽວກັບການກະທຳເກາະຜິດຂອງສປປເກົາຫລີໃນໂອກາດສະເຫລີມສະຫລອງວັນສຳຄັນ - ảnh 1
ການ​ນຳ ສ​ປ​ປ ເກົາ​ຫລີ Kim Jong-un ຕິດ​ຕາມ​ການ​ຊ​້ອນ​ຮົບ​ການ​ທະ​ຫານ​ໃນ​ວັນ​ທີ 13/4
ພາບ​ປະ​ກອບ

(vovworld)- ທ່ານ Hwang Kyo ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເກົາ​ຫລີ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບ​ປະ​ເທດນີ້ ຮັກ​ສາ​ສະ​ພາບ​ກຽມ​ພ້ອມ​ຢູ່​ໃນ​ລະ​ດັບ​ສູງ​ສຸດ ຕໍໍ່​ຫ​ນ້າ ສະ​ພາບພຽງ​ຢາງ ອາດ​ຈະ​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ສຳ​ຄັນ​ຂອງ ສ​ປ​ປ ເກົາ​ຫລີ ໃນ​ເດືອນນີ້. ກ່າວ​ຄຳ​ເຫັນ​ທີ່​ສຳ​ນັກ​ບັນ​ຊາ​ຂອງກອງ​ບັນ​ຊາ​ການ​ສົງ​ຄາມ ພິ​ເສດ​ຂອງ​ທະ​ຫານ​ບົກ ຢູ່ Incheon ເມື່ອ​ວັນ​ທີ 13/4, ທ່ານ Hwang Kyo ahn ໃຫ້​ຮູ້​ວ່າ: “ພຽງ​ຢາງ ອາດ​ຈະ​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ຍຸດ​ທະ​ດ ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ຢູ່ ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຕໍ່​ບັນ​ດາ​ເຫດ​ການ​ຕົ້ນ​ຕໍ​ພາຍ​ໃນ​ປະ​ເທດ.” ໃນ​ວັນ​ດຽວ​ກັນ,  ສ​ປ​ປ ເກົາ​ຫລີ ໄດ້​ຕຳ​ຫ​ນິ​ຕິ​ຕຽນ ອາ​ເມ​ລິ​ກາ ພວມ​ເຮັດ​ໃຫ້​​ສະ​ພາບ​ການໃນ​ແຫລມ​ເກົາ​ຫລີເພີ່ມຄວາມ​ເຄັ່ງ​ຕຶງ​ ​ຂຶ້ນຕື່ມ ພ້ອມ​ທັງ​ກ່າວ​ເຕືອນ​ ກ່ຽວ​ກັບ ການ “ໂຕ້​ຕອບ​ຢ່າງ​ເໝາະ​ສ​ົມ” ໃນ​ກໍ​ລະ​ນີ ອາ​ເມ​ລິ​ກາ ປຸກ​ລະ​ດົມ​ການ​ບຸກ​ໂຈມ​ຕີ. ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ວໍ​ຊິງ​ຕັນ ແລະ ພຽງ​ຢາງ ພວມ​ປີນ​ຂັ້ນ​ໄດ.


ຕອບກັບ

ຂ່າວ/ບົດ​ອື່ນ