ການນຳຫວຽດນາມ ຝາກໂທລະເລກ ຊົມເຊີຍການນຳ ຈີນ

(vovworld) - ​ເນື່ອງ​ໃນ​ໂອກາດ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ​ຈີນ ຊຸດ​ທີ 12 ເລືອກ​ຕັ້ງ​ການ​ນ​ຳ​ໃໝ່​ຂອງ ລັດ ຈີນ, ທ່ານ​ປະທານ​ປະ​ເທດ, ປະທານ​ສະພາ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ໂທລະ​ເລກ​​ຊົມເຊຍເຖິງ​ທ່ານ​ປະທານ​ປະ​ເທດ, ປະ​ທານ​ຄະນະ​ກຳມະການ​ທະຫານ​ສູນ​ກາງຈີນ ​ສືຈິນຜິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຝາກ​ໂທລະ​ເລກຊົມເຊີຍ​ໄປ​ຍັງ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​ໄດ້​ຝາກ​ໂທລະ​ເລກ​ຊົມເຊີຍເຖິງ​ຫົວໜ້າ​ກຳມະການ​ຄະນະ​ປະຈຳສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ​ຈີນ ຈາງ​ຕືຈຽງ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ກໍໄດ້​ສົ່ງ​ໂທລະ​ເລກຊົມເຊີຍເຖິງ​ຮອງ​ປະທານ​ປະ​ເທດ ຈີນ ຫຼີຢວຽນ​ທາວ.

        ​ໃນ​ໂທລະ​ເລກ​ຊົມເຊີຍ, ບັນດາ​ການ​ນຳ ຫວຽດນາມ ປາດ​ຖະໜາ​ຢາກເພີ່ມທະວີການ​ຮ່ວມ​ມື​ກັບ​ຄະນະ​ການ​ນຳ​ໃໝ່​ຂອງ ຈີນ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ສືບ​ຕໍ່​ມີບາດກ້າວ​ພັດທະນາ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ