ການ​ນຳ​ຫວຽດ​ນາມ ສົ່ງ​ຈົດ​ໝາຍສະ​ແດງ​ຄວາມ​ຍິນ​ດີ​ຕໍ່​​ການ​ນຳ​ໂລກ

(VOVWORLD) -ເນື່ອງໃນໂອກາດທ່ານ Anthony Albanese ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ອົດສະຕາລີຄົນໃໝ່, ວັນທີ 26 ພຶດສະພາ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີ.
ການ​ນຳ​ຫວຽດ​ນາມ ສົ່ງ​ຈົດ​ໝາຍສະ​ແດງ​ຄວາມ​ຍິນ​ດີ​ຕໍ່​​ການ​ນຳ​ໂລກ - ảnh 1ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີຄົນໃໝ່ (ພາບ: THX/TTXVN)

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີນຳທ່ານນາງ Penny  Wong ໄດ້ຮັບການເລືອກຕັ້ງເປັນລັດຖະມົນຕີການຕ່າງປະເທດ ອົດສະຕາລີ.

ແລະກໍ່ໃນໂອກາດທີ່ທ່ານ Ferdinand Romualdez marcos ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ຢ່າງເປັນທາງການ ແລະ ທ່ານນາງ Sara Duterte ໄດ້ຮັບການເລືອກຕັ້ງເປັນຮອງປະທານາທິບໍດີ ສ.ຟີລິບປິນ, ວັນທີ 25 ພຶດສະພາ ປີ 2022, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີນຳທ່ານ Ferdinand Romualdez marcos. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ກໍ່ໄດ້ສົ່ງຈົດໝາຍສະແດງຄວາມຍິນດີນຳທ່ານນາງ Sara Duterte ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ