ການນຳຫວຽດນາມ-ຟີລິບປິນຢັ້ງຢືນຖືເປັນສຳຄັນການຮ່ວມມື2ຝ່າຍ

ການນຳຫວຽດນາມ-ຟີລິບປິນຢັ້ງຢືນຖືເປັນສຳຄັນການຮ່ວມມື2ຝ່າຍ - ảnh 1
ການນຳຫວຽດນາມ-ຟີລິບປິນຢັ້ງຢືນຖືເປັນສຳຄັນການຮ່ວມມື2ຝ່າຍ

(vovworld) –  ພາຍຫຼັງພິທີໄຂກອງປະຊຸມສຸດ​ຍອດ ອາຊຽນ 28 – 29, ຕອນບ່າຍວັນທີ 6/9, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Rodrigo Durterte. ​ໃນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ການ​ນຳ 2 ປະ​ເທດ, 2 ຝ່າຍ​ຢັ້ງຢືນ, ​ຖື​​ເປັນ​ສຳຄັນການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ຟີ​ລິບ​ປິນ, ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ຂອງ​ການ​ພົວພັນ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ​ຮ່ວມ​ມື. ການ​ນຳ 2 ປະ​ເທດ​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນ​ຄົງ, ຊຸກຍູ້​ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂການ​ຂັດ​ແຍ້​ງກັນ​ໂດຍ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ເຫັນ​ດີ​ເປັນ​ເອກະສັນ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ສູ້​ຊົນ​ໃຫ້​ເປົ້າໝາຍ​ນັ້ນ. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ເລື່ອງ 2 ຝ່າຍ​ເພີ່​ມທະວີ​ການ​ສົມທົບ, ​ໃນ​ນັ້ນ​ມີ​ກົນ​ໄກ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ, ຮັກ​ສາ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ອື່ນໆ​ອີກ​ໃຫ້​ເປັນ​ປົກກະຕິ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ເຊ່ິງກັນ ​ແລະ ກັນ​ໃນ​​ເລື່ອງ​ ຫວຽດນາມ ​ໄດ້ດຳລົງ​ຕຳ​ແໜ່​ງບົດບາດ​ເປັນ​ປະທານ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ​ແລະ ຟີ​ລິບ​ປິນ ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2017.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຊີນ​ທ່ານ​ປະທານາທິບໍດີ ຟີລິບປິນ Rodrigo Durterte ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານາທິບໍດີ Durterte ຮັບ​ຄຳ​ເຊີນ​ດ້ວຍ​ຄວາມ​ພູມ​ໃຈ.


ຂ່າວ/ບົດ​ອື່ນ