ການນຳຫວຽດນາມສົ່ງໂທລະເລກຢື້ຢາມຖາມຂ່າວຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ຈີນ

ການນຳຫວຽດນາມສົ່ງໂທລະເລກຢື້ຢາມຖາມຂ່າວຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ຈີນ - ảnh 1
(ພາບປະກອບຈາກ ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ​​ໂດຍ​ໄດ້​ຮັບ​ຂ່າວ​ຢູ່​ແຂວງ ແ​ຢວນໜານ, ປະ​ເທດ​ຈີນ ​ໄດ້​ເກີດ​ເຫດ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ, ກໍ່​ຜົນ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອິນ​ຊີ, ຊັບ​ສິນ ​ແລະ ສົ່ງຜົນ​ສະທ້ອນຫຼາຍ​ຢ່າງ​ເຖິງ​ຊີວິດ​ຂອງ​ປະຊາຊົນ ຈີນ, ວັນ​ທີ 4/8, ທ່ານ​ເລຂາ​ທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້ສົ່ງ​ໂທລະ​ເລກ​ຢື້​ຢາມ​ຖາມ​ຂ່າວ​​ເຖິງທ່າ​ນ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສືຈີ້​ນຜິ​ງ, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ​ຈາງ​ເຕີຈຽງ ​ແລະ ປະຊາຊົນ​ເຂດ​ປະສົບ​ເຄາະ​ຮ້າຍ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມິງ ກໍ່​ໄດ້​ຝາກ​ໂທລະ​ເລກ​ເຖິງ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈີນ ຢາງ​ເຈຍ​ຊື້, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ອວາງ​ອີ໋, ​ເລຂາ​ຄະນະ​ພັກ ​ສິນ​ກວາງ​ຢຸງ​ ​ແລະ ​ເຈົ້າ​ແຂວງ​ ຢວຽນ​ໜານ ຫຼີ​​ຈີ​ເຂີງ.


ຂ່າວ/ບົດ​ອື່ນ