ການນຳຫຼາຍປະເທດສົ່ງໂທລະເລກ ແລະ ຈົດໝາຍມາອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ, ການນຳຫຼາຍປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດ ຫວຽດນາມ. ໃນນັ້ນມີການນຳປະເທດສປປ.ລາວ, ຈີນ, ກຸຍບາ, ອິນໂດເນເຊຍ, ສະຫະພັນລັດເຊຍ…

ການນຳຂັ້ນສູງລາວ ໄດ້ອວຍພອນບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດຂອງຫວຽດນາມ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນໄລຍະ 76 ປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຖືຜົນສຳເລັດຂອງຫວຽດນາມ ແມ່ນແຫຼ່ງລະດົມກຳລັງໃຈ, ກຳລັງໜູນຢ່າງແຮງສຳລັບບັນດາປະເທດ.

        ການນຳບັນດາພັກ, ລັດ ແລະ ສະພາແຫ່ງຊາດ ຂອງຫຼາຍປະເທດເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະປະຕິບັດບັນດາໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກຳນົດໄວຢ່າງມີໄຊ. ບັນດາປະເທດພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບແຕ່ລະປະເທດ, ບົນຈິດໃຈສະຖຽນລະພາບ, ຍືນຍົງ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນຫວຽດນາມ ກັບບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ