ການນຳອີຢູລົງນາມໃນຖະແຫຼງການໂຣມ

ການນຳອີຢູລົງນາມໃນຖະແຫຼງການໂຣມ - ảnh 1
ການນຳອີຢູລົງນາມໃນຖະແຫຼງການໂຣມ
(ພາບ​: EPA/TTXVN)

(vovworld) - ​​ວັນ​ທີ 25/03, ບັນ​ດາ​ການ​ນຳ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄດ້​ລົງ​ນາມ​ໃນ “ຖະ​ແຫຼງ​ການ​ໂຣມ”, ໃນ​ນັ້ນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ລວມ ບໍ່​ມີ​ປະ​ເທ​ດ​ອັງ​ກິດ, ໃນ​ສະ​ພາບ​ການ​ທີ່​ບັນ​ດາ​ວິ​ກິດ​ການ​ໄດ້ ແລະ ພວມ​ເຮັດ​ໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແນ​ໃສ່​​ສ້າງຄວາມ​ສ​າ​ມັກ​ຄີຢ​ູ່​ທະ​ວີບນີ້​ອ່ອນ​ເພຍ​ລົງ. ຖະ​ແຫຼງ​ການ​ໂຣມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໝາກ​ຜົນ​ຕົ້ນ​ຕໍ່​ຂອງກອງ​ປ​ະ​ຊຸມ​ສຸດຍອດ​ອີຢ​ູ ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັ​ນ​ຍາ​ໂຣມ ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ໂຣມ, ປະ​ເທດ​ອີ​ຕາ​ລ​ີ. ຖ​ະ​ແຫຼງ​ການ​ໂຣມ ໄດ້​ເນັ້ນ​ໜັກ​ເຖິງ​ສຳ​ພັນ​ທະ​ມິດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ດ້ວຍ​ບັນ​ດາ​​ລະ​ບອບ​ລະ​ບຽບ​ການ​ລວມ ແລະ ບັນ​ດາ​ຄຸນ​ຄ່າ​ຢ່າງ​ແຮງ, ປະ​ຊາ​ຄົມ​ໜຶ່ງ​ສັນ​ຕິ​ພາບ, ເ​ສ​ລ​ພາບ​ີ, ປະ​ຊາ​ທິ​ປະ​ໄຕ, ສິດ​ທິ​ມະ​ນຸດ ແລະ ມີ​ການ​ເ​ຄົາ​ລົບ​ກົດ​ໝາຍ. ບັນ​ດາ​ການ​ນຳ​ອີຢ​ູ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ກ່ຽວ​ກັບ​ສຳ​ພັນ​ທະ​ມິດ​ທີ່​ປອດ​ໄພ, ວັດ​​ທະ​ນາ​ຖ​າ​ວອນ, ມີ​ກຳ​ລັງ​ແກ່ງ​ແຍ້ງ, ໝັ້​ນ​ຄົງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ໃນ​ຮອບ​ເວ​ລາ 10 ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ