ການນຳແຂວງແຄ໋ງຮ່ວາພົບປະກັບຜູ້ຕາງໜ້າບັນດາພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ

ການນຳແຂວງແຄ໋ງຮ່ວາພົບປະກັບຜູ້ຕາງໜ້າບັນດາພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ - ảnh 1
ຜູ້​ແທນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ເຂົ້າ​ຮ່ວມ​ວາ​ລະ​ປະ​ຊ​ຸມ
(ພາບ​ປະ​ກອບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 27/02, ຢູ່ນ​ະ​ຄອນ​ຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ, ຢູ່ນອກກອງ​ປະ​ຊຸມ​ຄັ້ງ​ທີ 1 ບັນ​ດາ​ເຈົ້າ​ໜ​້າ​ທີ່​ຂັ້​ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ-ປາ​ຊີ​ຟ​ິກ ແລະ ບັນ​ດາ​ກອງ​ປ​ະ​ຊຸ​ມ​ທີ່​ກ່ຽວ​ຂ້ອງ, ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແຄ໋ງ​ຮ່​ວາ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ 2 ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ ແລະ ສະ​ຫະ​ພັນ​ລັດ​ເຊຍ. ເມື່ອ​ແລກ​ປ່ຽນ​ກັບ​ທ່ານ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ Matthew J.Matthews,  ທ່ານ ເລ​ດຶກວິງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແຄ໋ງ​ຮ່​ວາ, ປາດ​ຖະ​ໜາ​ວ່າ ​ຢາກ​ໃຫ້​ນັບ​ມື້​ນັບ​ມີ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ຫຼາຍ​ແຫ່ງ ມາ​ຊອກ​ຮູ້, ສຳ​ຫຼວດ​ສະ​ພາບ​ຕົວ​ຈິງ​ເພື່ອ​ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ເສດ​ຖະ​ກິດ​ອ່າວ ເວີນ​ຟອງ. ທີ່​ການ​ຕ້ອນ​ຮັບ​ທ່ານ Valery E.Sorokin, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ, ທ່ານ​ ເລ​ດຶກວິງ ຖື​ວ່າ, ຄວນຊຸກ​ຍູ້​ບັນ​ດາ​ການ​ພົວ​ພັນ​ລະ​ຫວ່າງວິ​ສາ​ຫະ​ກິດ​ລັດ​ເຊຍ ກັບ​ແຂວງ​ແຄ໋ງ​ຮ່​ວາ ກວ່າ​ອີກ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ລັດ​ເຊຍ ມ​ີ​ທ່າ​ແຮງ ແລະ ບັນ​ດາ​ຂົງ​ເຂດ​ເຊິ່ງ​ແຂວງ ແຄ໋ງ​ຮ່​ວາ ​​ຄວນ​ລົງ​ທຶນຄື: ກ​ັ່ນ​ນ້ຳ​ມັນ, ຕໍ່​ກ່ຳ​ປັ່ນ, ຜະ​ລິດ​​ເຄື່ອງ​ອຸ​ປະ​ກອນກົນ​ຈັກ… ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກ​​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ ແລະ ສະ​ຫະ​ພັນ​ລັດ​ເຊຍ ໃຫ້​ຮູ້​ວ່າ,  ຈະ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເພີ່​ມ​ທະ​ວ​ີ​ການ​ພົວ​ພັນ​ຮ່ວມ​ມື, ຮຽກ​ຮ້ອງ​ບັນ​ດ​າ​ນັກ​ລົງ​ທຶນ​ລະ​ຫວ່າງ 2 ຝ່າຍຄັດ​ເລືອກ​ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ໃຫ້​ເໝາະສົມ​ກັບ​ຄວາມ​ສາ​ມາດ​ບົົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ແຄ໋ງ​ຮ່​ວາ.

ຂ່າວ/ບົດ​ອື່ນ