ການບຸກໂຈມຕີດ້ວຍມີດເຮັດໃຫ້ຢ່າງໜ້ອຍສຸດ15ຄົນເສຍຊີວິດຢູ່Sagamihara,ປະເທດຍີ່ປຸ່ນ

ການບຸກໂຈມຕີດ້ວຍມີດເຮັດໃຫ້ຢ່າງໜ້ອຍສຸດ15ຄົນເສຍຊີວິດຢູ່Sagamihara,ປະເທດຍີ່ປຸ່ນ - ảnh 1
ສະພາບການເກີດເຫດ
(ພາບ: EPA/TTXVN)

(vovworld) – ຕອນ​ເຊົ້າວັນ​ທີ 26/7, ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຖື​ມີດ​​ໄດ້​ບຸກ​ໂຈມ​ຕີ​ຮາກ​ຖານ​ໜຶ່ງ​ທີ່ສະຫງວນ​ໃຫ້​ແກ່​ຄົນ​ພິການ​ຢູ່​ນະຄອນ Sagamohara, ຂຶ້ນ​ກັບ​​ແຂວງ Kanagawa, ທາງ​ພາກ​ຕາ​ເວັນ​ຕົກ​ນະຄອນຫຼວງ ​ໂຕ​ກຽວ, ປະ​ເທດ ຍີ່ປຸ່ນ. ຕຳຫຼວດ​ໃຫ້​ຮູ້​ວ່າ: ມີ 15 ຄົນ​ເສຍ​ຊີວິດ ​ແລະ ອີກ 45 ຄົນ​ອື່ນ​ຖືກ​ຮັບ​ບາດ​ເຈັບ​ໃນ​ເຫດ​ບຸກ​ໂຈມ​ຕີ​ນີ້. ຕຳຫຼວດ Kanagawa ​ແຈ້​ງ​ໃຫ້​ຮູ້​ໄດ້​ຮັບ​ໂທລະສັບ​ຈາກ​ພາລະ​ກອນ​ຄົນ​ໜຶ່ງ​ຂອງ​ຮາກ​ຖານ​ສະຫງວນ​ໃຫ້​ແກ່​ຄົນ​ພິການ Tsukui Yamayuri En ​ໃນ​ເວລາກ່ວາ 2 ​ໂມງ 30 ນາທີ​ຕອນ​ເຊົ້າ​ວັນ​ທີ 26/7 ​ຕາມເວລາ​ທ້ອງ​ຖິ່ນ. ຕາມ​ສຳນັກ​ຂ່າວສານ Kyodo ຂອງ​ຍີ່ປຸ່ນ ​ແລ້ວ, ຕຳຫຼວດ Kanagawa ​ໄດ້​ຈັບ​ຕົວ​ຜູ້​ຊາ​ຍຄົນ​ໜຶ່ງ​ອາຍຸ​ປະມານ 20 ປີ ​ແລະ ​ໄດ້​​ເປີດ​ການ​ສືບສວນ​ສອບ​ສວນ​ເຫດ​ບຸກ​ໂຈມຕີ​ນີ້.


ຂ່າວ/ບົດ​ອື່ນ