ການ​ປົກ​ປ້ອງພົນ​ລ​ະ​ເມືອງ ຫວຽດ​ນາມ ຢູ່​ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ຕາມສະຖານທູດ ແລ້ວ, ມາຮອດຈຸດເວລານີ້ຍັງບໍ່ທັນຮັບຮູ້ໄດ້ວ່າ ຍັງມີພົນລະເມືອງ ຫວຽດນາມຈັກຄົນ ອາໄສຢູ່ ອາບການິດສະຖານ. ກ່ອນໜ້ານັ້ນໃນວັນທີ 3 ສິງຫາ 2021, ສະຖານທູດ ໄດ້ສົມທົບນຳພົນລະເມືອງ ຫວຽດນາມ ໜຶ່ງຄົນ ທີ່ພວມເຮັດວຽກໃຫ້ແກ່ອົງການຂອງ ສປຊ ປະຈຳ ອາບການິດສະຖານກັບຄືນປະເທດຢ່າງປອດໄພ.
ການ​ປົກ​ປ້ອງພົນ​ລ​ະ​ເມືອງ ຫວຽດ​ນາມ ຢູ່​ອາບ​ກາ​ນິດ​ສະ​ຖານ - ảnh 1ບັນດາມືປືນຕາລີບານ ແລະ ຊາວທ້ອງຖິ່ນ (ພາບ: AFP)

ວັນທີ 15 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ໃນສະພາບການ ອາບການິດສະຖານ ນັບມື້ນັບມີການຜັນແປຢ່າງສັບສົນ, ກະຊວງການຕ່າງປະເທດ ໄດ້ຊີ້ນຳໃຫ້ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ທັງຮັບຜິດຊອບຢູ່ ອາບການິດສະຖານ ຕິດຕາມສະພາບການຢ່າງໃກ້ຊິດ, ຮີບເຮັ່ງສຳຫຼວດກວດກາຄືນ, ກຳແໜ້ນສະພາບການຂອງພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທີ່ນີ້, ສ້າງແຜນການ, ກຽມພ້ອມດຳເນີນບັນດາມາດຕະການປົກປ້ອງພົນລະເມືອງ ໃນກໍລະນີທີ່ຈຳເປັນ.

ໂດຍປະຕິບັດຕາມການຊີ້ນຳຂອງກະຊວງການຕ່າງປະເທດ, ໃນຊຸມວັນຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ທັງຮັບຜິດຊອບຢູ່ ອາບກະນິດສະຖານ ກໍ່ເປັນເຈົ້າການໃນການຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງ: ແນະນຳແຈ້ງການປົກປ້ອງພົນລະເມືອງທາງ ເວັບໄຊຂອງ ສະຖານທິດ, ແລກປ່ຽນກັບບັນດາອົງການທີ່ມີໜ້າທີ່ ຕິດຕໍພົວພັນຢູ່ ອາບການິດສະຖານ ສະເໜີການໜູນຊ່ວຍຊອກຮູ້ຂໍ້ມູນກ່ຽວກັບສະພາບການຂອງຊາວຫວຽດນາມ ອາໄສຢູ່ ອາບການິດສະຖານ. ຕາມສະຖານທູດ ແລ້ວ, ມາຮອດຈຸດເວລານີ້ຍັງບໍ່ທັນຮັບຮູ້ໄດ້ວ່າ ຍັງມີພົນລະເມືອງ ຫວຽດນາມຈັກຄົນ ອາໄສຢູ່ ອາບການິດສະຖານ. ກ່ອນໜ້ານັ້ນໃນວັນທີ 3 ສິງຫາ 2021, ສະຖານທູດ ໄດ້ສົມທົບນຳພົນລະເມືອງ ຫວຽດນາມ ໜຶ່ງຄົນ ທີ່ພວມເຮັດວຽກໃຫ້ແກ່ອົງການຂອງ ສປຊ ປະຈຳ ອາບການິດສະຖານກັບຄືນປະເທດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ