ການປຶກສາຫາລືລວມລະຫວ່າງອົງການກຳມະບານສາກົນພາກພື້ນອາຊີປາຊີຟິກ ແລະ ຫວຽດນາມ, ລາວ

(VOVWORLD) - ສະຫະພັນໃຫຍ່ແຮງງາມ ຫວຽດນາມ ແລະ ອົງການກຳມະບານໃຫຍ່ສາກົນພາກພື້ນ ອາຊີ - ປາຊີຟິກ ແລະ ສະຫະພັນກຳມະບານ ລາວ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຮ່ວມຄັ້ງທີ 6 ໃນວັນທີ 28 ກັນຍາ ຢູ່ແຂວງ ນິງບີງ. 
ການປຶກສາຫາລືລວມລະຫວ່າງອົງການກຳມະບານສາກົນພາກພື້ນອາຊີປາຊີຟິກ ແລະ ຫວຽດນາມ, ລາວ - ảnh 1 ການປຶກສາຫາລືລວມລະຫວ່າງອົງການກຳມະບານສາກົນພາກພື້ນອາຊີປາຊີຟິກ ແລະ ຫວຽດນາມ, ລາວ (ພາບ: TTXVN)

ກອງປະຊຸມແມ່ນໂອກາດເພື່ອໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສະຫະພັນກຳມະບານ ລາວ ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນກັບກຳມະບານໃຫຍ່ສາກົນພາກພື້ນ ອາຊີ - ປາຊີຟິກ ບັນດາຂົງເຂດທີ່ມີຄວາມສົນໃຈ ເພື່ອເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກ່ວາ. ທີ່ກອງປະຊຸມ, ບັນດາຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຄື: ຂໍ້ມູນກ່ຽວກັບການເຄື່ອນໄຫວຂອງກຳມະບານຢູ່ບັນດາປະເທດ; ການແບ່ງປັນບົດຮຽນໃນການເຄື່ອນໄຫວກຳມະບານ; ແລກປ່ຽນບັນດາບັນຫາ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈທີ່ກ່ຽວຂ້ອງເຖິງການເຄື່ອນໄຫວກຳມະບານ; ການຄົ້ນຄວ້າ, ສະເໜີບັນດາມາດຕະການຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງກຳມະບານ.

ຕອບກັບ

ຂ່າວ/ບົດ​ອື່ນ