ການປະຊຸມຂ່າວກ່ຽວກັບ Festival ເຫ້ວ 2018

(VOVWORLD) - ນີ້ແມ່ນໂອກາດໂຄສະນາ ເຫ້ວ, ຫວຽດນາມ ເຖິງສິບໆປະເທດຢູ່ໃນໂລກ, ເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ແລະ ເພື່ອນມິດສາກົນ...
ການປະຊຸມຂ່າວກ່ຽວກັບ Festival ເຫ້ວ 2018 - ảnh 1ການປະຊຸມຂ່າວຂອງຄະນະຈັດຕັ້ງ

 

ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ເຫ້ວ ຈຸດນັດພົບໜຶ່ງ ມໍລະດົກ 5 ແຫ່ງ” – Festival ເຫ້ວ ຄັ້ງທີ X ຈະດຳເນີນແຕ່ວັນທີ 27 ເມສາ ຫາ ວັນທີ 2 ພຶດສະພາ ໃນຫຼາຍສະຖານທີ່ຈຸດສຸມ ແລະ ເຂດອ້ອມຂ້າງຢູ່ນະຄອນເຫ້ວ. ກ່າວຄຳເຫັນໃນການປະຊຸມຂ່າວແນະນຳກ່ຽວກັບ festival ເຫ້ວ ຄັ້ງທີ X, ໄດ້ຈັດຕັ້ງໃນຕອນບ່າຍວັນທີ 26 ເມສາ, ຢູ່ນະຄອນ ເຫ້ວ, ທ່ານ ຮີ່ງຕ໋ຽນດາດ, ຮອງຜູ້ອຳນວຍການສູນ festival ເຫ້ວ, ໃຫ້ຮູ້ວ່າ:

        “ນີ້ແມ່ນໂອກາດໂຄສະນາ ເຫ້ວ, ຫວຽດນາມ ເຖິງສິບໆປະເທດຢູ່ໃນໂລກ, ເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ແລະ ເພື່ອນມິດສາກົນ, ກ່ຽວກັບຈຸດຍອດຢ້ຽມດ້ານສິລະປະພະລາດຊະວັງ ເຫ້ວ. ພິເສດ, ເມື່ອເຂົ້າຮ່ວມ Festival ຄັ້ງນີ້ ກໍ່ແມ່ນໂອກາດເພື່ອໃຫ້ມະຫາຊົນໄດ້ຊອກຮູ້ ແລະ ຢ້ຽມຢາມມໍລະດົກໂລກ 5 ແຫ່ງໂດຍອົງການ UNESCO ຮັບຮອງເອົາ. ຫວ່າງແລ້ວນີ້, ເຫ້ວ ໄດ້ກຳມະສິດຮ່ວມມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ 2 ແຫ່ງນັ້ນແມ່ນສິລະປະຂັບບາຍຈ໋ອຍ ແລະ ການເຫຼື້ອມໃສບູຊາພະແມ່ ຕາມຝູ”

ຕອບກັບ

ຂ່າວ/ບົດ​ອື່ນ