ການປະຊຸມຂ່າວກ່ຽວກັບ “ກອງປະຊຸມສຳມະນາບັນດາທ່າອ່ຽງເຄື່ອນໄຫວຂອງວັນນະຄະດີ, ສິລະປະຫວຽດນາມໃນປະຈຸບັນ “

(VOVWORLD) -ຕອນເຊົ້າວັນທີ 5 ທັນວາ, ຢູ່ແຂວງກວາງນິງ, ສະພາທິດສະດີ, ວິຈານວັນນະຄະດີສິລະປະສູນກາງ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດທົ່ວປະເທດ ດ້ວຍຫົວຂໍ້ວ່າ “ ບັນດາທ່າອ່ຽງເຄື່ອນໄຫວຂອງຂອງວັນນະຄະດີ, ສິລະປະຫວຽດນາມໃນປະຈຸບັນ - ສະພາບການ ແລະ ການກຳນົດທິດພັດທະນາ ”.
ການປະຊຸມຂ່າວກ່ຽວກັບ “ກອງປະຊຸມສຳມະນາບັນດາທ່າອ່ຽງເຄື່ອນໄຫວຂອງວັນນະຄະດີ, ສິລະປະຫວຽດນາມໃນປະຈຸບັນ “ - ảnh 1 (ການປະຊຸມຂ່າວ)

ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 4 ທັນວາ ຢູ່ແຂວງກວາງນິງ, ທ່ານຮອງສາດສະດາຈານ - ປະລິນຍາເອກ ຟານຈ້ອງເທືອງ, ຮອງປະທານຜູ້ປະຈຳການສະພາທິດສະດີ, ວິຈານວັນນະຄະດີສິລະປະສູນກາງ, ໃຫ້ຮູ້ວ່າ ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນຈາກບັນດານັກປະພັນດ້ວຍຫຼາຍແງ່ມູມ, ທັດສະນະທີ່ແຕກຕ່າງກັນລວມ 70 ບົດ. ທ່ານກ່າວວ່າ

        “ເປົ້າໝາຍຂອງກອງປະຊຸມສຳມະນາແມ່ນກຳແໜ້ນສະພາບການຕົວຈິງ, ກຳນົດບັນດາທ່າອ່ຽງເຄື່ອນໄຫວ ແລະ ພັດທະນາຂອງວັນນະຄະດີສິລະປະ, ອະພິປາຍ, ຍົກອອກບັນດາສາຍເຫດ, ປັດໄຈກະທົບຂອງແນວໂນ້ມນັ້ນຕໍ່ການປະດິດແຕ່ງຕົວຈິງ, ສຳລັບຊີວິດວັນນະຄະດີເປັນຄືແນວໃດ. ພ້ອມທັງຍົກອອກບັນດາການຄາດຄະເນ, ຊີ້ບອກເພື່ອພັດທະນາວັນນະຄະດີສິລະປະຂອງໄລຍະຕໍ່ໆໄປ. ພວກຂ້າພະເຈົ້າຈະພະຍາຍາມເລືອກເຟັ້ນບັນດາຄຳເຫັນພົ້ນເດັ່ນທີ່ສຸດ, ສຸມໃສ່ໃຫ້ແທດເໝາະກັບຫົວເລື່ອງທີ່ສຸດ ເພື່ອບັນລຸໝາກຜົນສູງ ”.

ຕອບກັບ

ຂ່າວ/ບົດ​ອື່ນ