ການປະຊຸມຂ່າວຂອງກະຊວງການຕ່າງປະເທດຫວຽດນາມ

ການປະຊຸມຂ່າວຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນ​າມ ເລ​ຫາຍ​ບິ່ງ

(vovworld) - ວັນ​ທີ 28/5, ເມື່ອ​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງວັນ​ທີ 26/5 ຜ​່ານ​ມາ, ຈີນ ປະ​ກາດ​ປື້ມ​ປົກ​ຂາວ​ເຫຼັ້ມ​ທຳ​ອິດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທະ​ຫານ​ຂອງ​ປະ​ເທດນີ້, ໃນ​ນັ້ນ​ມີ​ເນື້ອ​ໃນ​ຕັ້ງ​ໃຈປົກ​ປ້ອງ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທຽມຜິດ​ກົດ​ໝາຍ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ຂອງ ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນ​າມ ເລ​ຫາຍ​ບິ່ງ, ຊ​ີ້​ແຈ້ງວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ, ​ໂດຍແມ່ນ​ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກໍ່​ຄື​ແມ່ນ​ປະ​ເທດມ​ີ​ບົດ​ບາດ​ສຳ​ຄັນ​ໃນ​ພາກ​ພື້ນ, ຈີນ ຕ້ອງ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ, ເຄົາ​ລົບ​ກົດ​ໝາຍ​ສາກົນ ແລະ ມີ​ບັນ​ດາ​ການ​ປະ​ກອບ​​ສ່ວນ​ຢ່າງ​ມີຄວາມ​ຮັບ​ຜິດ​ຊອບ, ກໍ່ສ້າງ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.”

        ກ່ຽວ​ຂ້ອງ​ເຖິງ​ແຫຼ່ງ​ຂ່າວ​ເດັກ​ນ້ອຍ ຫວຽດ​ນາມ 3000 ຄົນ​ຖືກ​ບັງ​ຄັບ​ໄປ ອັງ​ກິດ​ເພື່ອ​ປູກ​ຢາ​ເສບ​ຕິດ, ໂຄ​ສົກ​ ເລ​ຫາຍ​ບີ່ງ ຢັ້ງ​ຢືນ​ວ່າ: ປະ​ຈຸ​ບັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັງ​ກິດ ພວມ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ​ເພື່ອ​ຢັ້ງ​ຢືນ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ