ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

(VOVWORLD) -ປະຈຸບັນ ສະຖານທູດຫວຽດນາມ ໄດ້ຫນູນຊ່ວຍກ່ຽວກັບບ່ອນຢູ່ຊົ່ວຄາວໃຫ້ພົນລະເມືອງຫວຽດນາມ ແລະ ມີບັນດາມາດຕະການເພື່ອປົກປ້ອງພົນລະເມືອງ, ຮັບປະກັນຄວາມປອດໄພ

ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທີທູຮັ່ງ

ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໃນຕອນບ່າຍວັນທີ 21 ກັນຍາ ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທີທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມກ່ຽວກັບສະພາບການ ພົນລະເມືອງຫວຽດນາມ ພາຍຫລັງເຫດແຜນດິນໄຫວຢ່າງຮ້າຍແຮງຢູ່ ເມຊີໂກ ເມື່ອວັນທີ 19 ກັນຍາ ໄດ້ເຮັດໃຫ້ຫລາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ.

        “ຕາມແຫລ່ງຂ່າວຈາກສະຖານທູດ ຫວຽດນາມ ປະຈຳ ເມຊີໂກ ແລ້ວ, ປະຈຸບັນ ຍັງບໍ່ທັນມີພົນລະເມືອງຫວຽດນາມຄົນໃດຖືກຮັບບາດເຈັບໃນເຫດແຜ່ນດິນໄຫວ. ປະຈຸບັນ ສະຖານທູດຫວຽດນາມ ໄດ້ຫນູນຊ່ວຍກ່ຽວກັບບ່ອນຢູ່ຊົ່ວຄາວໃຫ້ພົນລະເມືອງຫວຽດນາມ ແລະ ມີບັນດາມາດຕະການເພື່ອປົກປ້ອງພົນລະເມືອງ, ຮັບປະກັນຄວາມປອດໄພ, ຫນູນຊ່ວຍເຄື່ອງຂອງທີ່ຈຳເປັນໃຫ້ພົນລະເມືອງຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ ເມຊີໂກ.”

        ກ່ຽວຂ້ອງເຖິງມະຕິຂອງ ສປຊ ຫວ່າງແລ້ວນີ້ ກ່ຽວກັບເລື່ອງເພີ່ມການລົງໂທດ ເພື່ອເລັ່ງໃສ່ ສປປ ເກົາຫລີ, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ: ໂດຍແມ່ນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ ແລະ ປະຊາຄົມສາກົນ, ຫວຽດນາມ ຍາມໃດກໍ່ເຄົາລົບບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ, ໃນນັ້ນ ມີມະຕິກ່ຽວຂ້ອງເຖິງ ສປປ ເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ