ການປະຊຸມຂ່າວສາກົນປະກາດໝາກຜົນກອງປະຊຸມສະໄໝສາມັນເທື່ອທີ10,ສະພາແຫ່ງຊາດຫວຽດນາມຊຸດທີ13

ການປະຊຸມຂ່າວສາກົນປະກາດໝາກຜົນກອງປະຊຸມສະໄໝສາມັນເທື່ອທີ10,ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ການປະຊຸມຂ່າວສາກົນປະກາດໝາກຜົນ
ກອງປະຊຸມສະໄໝສາມັນເທື່ອທີ10,ສະພາແຫ່ງຊາດຫວຽດນາມຊຸດທີ13
(ພາບ: dangcongsan)


(vovworld) - ຕ​າມ​ຂ່າວ​ຈາກ​ການ​ປະ​ຊຸມ​ຂ່າວ​ສາ​ກົນ​ໃນ​ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ, ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13 ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາ​ມ. ສະ​ພາ​ແຫ່ງ​ຊາດ​ໄດ້​ພິ​ຈ​າ​ລະ​ນາ, ຮັບ​ຮອງ​ເ​ອົາ​ກົດ​ໝາຍ 16 ສະ​ບັບ, ມະ​ຕິ 15 ສະ​ບັບ ແລະ ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 10 ສະ​ບັບ. ສະ​ພາ​ແຫ່ງ​ຊາດ​ກໍ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ແຜ​ນ​ງົບ​ປະ​ມານ​​ແຫ່ງ​ລັດ​ປ​ີ 2016. ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເລື່ອງ​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ຄືນ​ໃໝ່ ແລະ ຕົກ​ລົງ​ໃນ​ໄລ​ຍ​ະ 2016 – 2020 ພຽງ​ລົງ​ທຶນ 2 ໂຄງ​ການ, ລວມ​ມີ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊ​າດ​ກ່ຽວ​ກັບການ​ຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ. ກໍ​ທີ່ກອງ​ປະ​ຊຸມ, ເປັນ​ຄັ້ງ​ທ​ຳ​ອິດ​ສະ​ພາ​ແຫ່​ງ​ຊ​າດ​ໄດ້​ຊັກ​ຖາມ​ກ່ຽວ​ກັບ​ການ​ເຄື່ອ​ນ​ໄຫວ​ຂອງ​ລັດ​ຖະ​ບານ​ໃນ​ຕະ​ຫຼອດ​ອາ​ຍຸ​ການ, ດ້ວຍ​ຄຳ​​ຊັກຖາມ 140 ຂໍ​້ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຝາກ​ເຖິງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຂະ​ແໜງ. ທ່ານ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸກ, ເນັ້ນ​ໜັ​ກວ່າ.

      “ໃນ​ກອງ​ປະ​ຊຸມ​ຄັ້ງ​ນ​ີ້, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ກ່າວ​​ຄຳ​ເຫັນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​​ຈຳ​ກັດ​ການ​ລົງ​ທຶນ​ຂອງ​ລັດ, ຫຼຸ​ດ​ຜ່ອນ​ການ​ລົງ​ທຶນ​​ຂອງ​ລັດ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ດ້ານ​ກາ​ນ​ເງິນ​ຂອງ​ພວກ​ເຮົາ. ສະ​ພາ​ແຫ່ງ​ຊາດໄດ້​ມີ​ຂໍ້​ລິ​ເລີ່ມ​ຫຼຸດ​ຜ່ອນ​ການ​ລົງ​ທຶນ​ຂອງ​ລັດ​ເພື່ອ​ເພີ່ມ​ເງິນ​ເດືອນ​ຕື່ມ 5%. ນີ້ກໍ​ແມ່ນ​ການ​ປະ​ຕິ​ບັດ​ການປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ.”

ຂ່າວ/ບົດ​ອື່ນ