ການປະຊຸມວຽກງານຕຸລາການ ແລະ ການເມືອງພາຍໃນສູນກາງ


ການປະຊຸມວຽກງານຕຸລາການ ແລະ  ການເມືອງພາຍໃນສູນກາງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ , ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ​

(vovworld)- ວັນ​ທີ 15/2, ຢູ່​ຮ່າ​ໂນ້ຍ,  ບັນ​ດາ​ຂະ​ແໜງ​ຕຸ​ລາ​ການ, ການ​ເມືອງ​ພາຍ​ໃນ​ສູນ​ກາງ​ໄດ້​ຈັດ​ການ​ປະ​ຊຸມ​ແລກ​ປ່ຽນ​ສົມ​ທົບວຽກ​ງານລະ​ຫວ່າງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ການ​ເຄື່ອນ​ໄຫວ​ຕຸ​ລາ​ການ ແລະ ​ ການ​ເມືອງ​ພາຍ​ໃນ​ສູນ​ກາງປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່ວຽກ​ງານ​ປີ 2017. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ , ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ​ສະ​ເໜີບັນ​ດາ​ອົງ​ການ​ຕຸ​ລາ​ການ ແລະ ​ ການ​ເມືອງ​ພາຍ​ໃນ​ສູນ​ກາງສຸມ​ໃສ່​ສ້າງ​ນະ​ໂຍ​ບາຍ​ກົດ​ໝາຍ​, ກົນ​ໄກ​ສົມ​ທົບ​ວຽກ​ງານໃຫ້​ສົມ​ບູນ​ແບບ, ຍູ້​ແຮງ​ການ​ຕໍ່​ສູ້, ແກ້​ໄຂ​ອາດ​ຊະ​ຍາ​ກຳ, ຮັກ​ສາ​ຄວ​ສາມ​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ສັງ​ຄົມ​ໃຫ້​ສົ​ມ​ບູນ​ແບບ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ ສະ​ເໜີ​ຈົ່ງ​ຍູ້​ແຮງວຽກ​ງານ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ, ເພີ່​ມ​ທະ​ວີ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລ​າດ​ບັງຫຼວງ, ການ​ຟຸ່ມ​ເຟືອຍ, ນຳ​ໃຊ້​ກົດ​ໝາຍ​ຢ່າງ​ພາ​ວະ​ວິ​ໄສ, ຊັດ​ເຈນ, ຮັບ​ປະ​ກັນ​ການ​ຕັດ​ສິນ​ລົງ​ໂທດ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ.
ຂ່າວ/ບົດ​ອື່ນ