ການປະຊຸມຮ່ວມຂອງຄະນະລັດຖະບານຫວຽດນາມ-ໄທ ຄັ້ງທີ 2

ການປະຊຸມຮ່ວມຂອງຄະນະລັດຖະບານຫວຽດນາມ-ໄທ ຄັ້ງທີ 2 - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ການ​ປະຊຸມຮ່ອງ​ຂອງ​ຄະນະ​ລັດຖະບານ​​ຫວຽດນາມ-​ໄທ ຄັ້ງທີ 2 ​ໄດ້​ຖືກ​ໄຂ​ຂຶ້​ໃນ​ຕອນ​ເຊົ້າວັນ​ທີ 27/10 ຢູ່​ຮ່າ​ໂນ້ຍ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ທ່ານນາງ​ນາຍົກລັດຖະມົນຕີ​ລາຊະ​ອານາຈັກ​ໄທ ຍິ່ງ​ຮັກ ຊີ​ນນາ​ວັດ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເນັ້ນໜັກ​ວ່າ:

   “​ໃນ​ວາລະ​ປະຊຸມ​ສຳຄັນ​ນີ້, ພວກ​ເຮົາ​ຄວນ​ສຸມ​ໃສ່​ປຶກສາ​ຫາລື ​ແລະ ວາງ​ອອກ​ບັນດາ​ມາດ​ຕະການ ​ແລະ ວິທີ​ເຮັດ​ວຽກ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ແຮງ​ກ່ວາ​ອີກ​ໃນ​ທຸກໆ​ຂົງ​ເຂດ, ກໍ່​ຄື​ປຶກສາ​ຫາລື​ວິທີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ຂ​້າພະ​ເຈົ້າ​ເຊື່ອໝັ້ນວ່າ, ດ້ວຍ​ຈິດ​ໃຈ​ດ່ັງກ່າວ, ການ​ປະຊຸມ​ຂອງ​ພວກ​ເຮົາ​ຈະ​ບັນລຸ​ໝາກຜົນ​ອັນ​ດີງາມ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃໝ່, ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ທີ່​ມີ​ຢູ່​ແລ້ວລະຫວ່າງ​ສອງ​ປະ​ເທດ, ມຸ້ງ​ໄປ​ເຖິງ​ການຍົກ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ​ໄທ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່“.

   ທ່ານນາງ​ນາຍົກລັດຖະມົນຕີ​ລາຊະ​ອານາຈັກ​ໄທ ຍິ່ງ​ຮັກ ຊີ​ນນາ​ວັດ ຢັ້ງຢືນ​ວ່າ: ປະຈຸ​ບັນ, ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ​ໄທ ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ ​ແລະ ​ໃນ​ລະດັບ​ສູງ​ກ່ວາ​ອີກ. ທ່ານ​ນາງ​ຫວັງ​ວ່າ, ການ​ປະຊຸມຮ່ອງ​ຂອງ​ຄະນະ​ລັດຖະບານ​ຄັ້ງນີ້ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ສອງ​ຝ່າຍກ່ວາ​ອີກ.

 

 

 

ຂ່າວ/ບົດ​ອື່ນ