ການປະຕິວັດເດືອນ 8 ຜ່ານອະນຸສອນຂອງຜູ້ເຂົ້າຮ່ວມ

ການປະຕິວັດເດືອນ 8 ຜ່ານອະນຸສອນຂອງຜູ້ເຂົ້າຮ່ວມ - ảnh 1
( ທ່ານ ຫວູ​ແອ​ງ)

(vovworld) - ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ເດືອນ 8 ປີ 1945 ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ພະນັກງານ ຫວຽດມິນ ກຳ​ແພງ ຮ່ວາງ​ຢ້ຽວ ​ໃນ​ການ​ຕື່ນ​ຕົວ, ຂົນຂວາຍ, ​ເຕົ້າ​ໂຮມ​ມະຫາຊົນ​ລຸກ​ຮື້​ຂຶ້ນ​ຢືດ​ເອົາ​ອຳນາດ​ການ​ປົກຄອງ. ອະນຸສອນ​ອັນ​ພິລະ​ອົງອາດ​ກ່ຽວ​ກັບ​ຊຸມ​ວັນ​ທຳ​ການ​ຕໍ່ຕ້ານ​ກ່ອນ​ນີ້ 70 ກວ່າ​ປີ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​​ຢູ່ໃນ​ໃຈ​ຂອງ​ບັນດາ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ໄລຍະ​ເວລາ​ປະຫວັດສາດ​ນັ້ນ.

ທ່ານ​ຫວູ​ແອ​ງ, ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ຫົວໜ້າ​ຄະນະ​ຜູ້​ແທນ​ປະຕິວັດ ຮ່າ​ໂນ້ຍທີ່​ເຂົ້າ​ຮ່ວມ “ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ“ ຢູ່ ​ເຕິ​ນຈ່າວ, ຍັງ​ຄົງ​ຈື່​ຈຳ​ບັນຍາກາດ​​ໄລຍະ​ກ່ອນ​ນີ້​ກວ່າ 70 ປີ. ​ໃນ​ເວລາ​ນັ້ນ, ພັກ​ກອມ​ມູນິດ ຫວຽດນາມ​ບໍ່​ທັນ​​ເຄື່ອນ​ໄຫວ​ຢ່າງ​ເປີດ​ເຜີຍ, ມີ​ສະມາ​ຊິກ​ພຽງ 5.000 ຄົນ​ເທົ່າ​ນັ້ນ, ​ແຕ່​ໂດຍ​ຜ່ານ ​ແນວ​ໂຮມ​ຫວຽດມິນ ​ສາມາດ​ເຕົ້າ​ໂຮມ, ຊີ້​ນຳ​ນຳພາ​ປະຊາຊົນ​ກວ່າ 20 ລ້ານ​ຄົນ​ເຮັດ​ການ​ປະຕິວັດ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ປະຫວັດສາດ. ກ່ອນ​ວັນ​ລຸກ​ຮື້​ຂຶ້ນ​ທົ່ວ​ປະ​ເທດ​ພຽງ 2 ວັນ “ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ“​ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ແຜນ​ນະ​ໂຍບາຍ​ລຸກ​ຮຶ້ຂຶ້ນ​ທົ່ວ​ປະ​ເທດ​ຂອງ​ພັກ ​ແລະ ​ໄດ້​​ແຕ່ງ​ຕັ້ງຄະນະ​ກຳມະການ​ຊົນ​ຊາດ​ປົດ​ປ່ອຍ ຫວຽດນາມ, ລັດຖະບານ​ຊົ່ວຄາວ​ຂອງ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ​ໂດຍ​ປະທານ ​ໂຮ່ຈີ​ມິນ​ເປັນ​ຜູ້ນຳ. ທ່ານ ຫວູ​ແອ​ງ, ​ໃຫ້​ຮູ້​ວ່າ:

ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ ​ເຕິ​ນຈ່າວ ​ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ຄວາມ​ສາມັກຄີ, ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ນອກຈາກ ຮ່າ​ໂນ້ຍ, ຢູ່​ທ້ອງ​ຖີ່​ນຕ່າງໆ, ບ່ອນ​ໃດ​ມີ​ຂະ​ບວນການ​ກໍ່​ລ້ວນ​ແຕ່​ແຕ່ງ​ຕັ້ງ​ຜູ້​ແທນ​ມາ​ຮ່ວມ, ​ໃນ​ນັ້ນ​ມີ​ທັງ​ຜູ້​ແທນ​ຄົນຕ່າງປະ​ເທດ​ອີກ. ປະທານ ​ໂຮ່ຈີ​ມິນ ​ໄດ້​ຊີ້​ແຈ້ງວ່າ, ມະຫາ​ສາມັກຄີ​ແມ່ນ​ເພື່ອ​ຍາດ​ເອົາ​ໄຊຊະນະ. ດ້ວຍຄຳ​ຂວັນ “ສາມັກຄີ, ມະຫາ​ສາມັກຄີ, ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ, ມະຫາ​ສຳ​ເລັດ​ຜົນ“ ​ແລະ ຕ້ອງ​ອີງ​ໃສ່​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາຊົນ​ເພື່ອ​ຍາດ​ເອົາ​ໄຊຊະນະ, ມີ​ປະຊາຊົນ​ແມ່ນ​ມີ​ທຸກ​ສິ່ງ​ທຸກ​ຢ່າງ. ປະຊາຊົນ​ເປັນ​ເຈົ້າ​ຂອງ​ການ​ປະຕິວັດ ​ແລະ ປະຊາຊົນ​ໄດ້​ຍູ້​ການ​ປະຕິວັດ​​ໄປ​ເຖິງ​ໄຊຊະນະ“.

ພາຍຫຼັງ “ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ“, ຢູ່​ຮ່າ​ໂນ້ຍ, ປະຊາຊົນ​ໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ລົງ​ຖະໜົນ​ຫົນທາງ​ໂຮມ​ຊຸມນຸມ​ສະໜັບສະໜູນ​ການ​ປະຕິວັດ, ສະໜັບສະໜູນ ຫວຽດມິນ. ຈາກ​ນັ້ນ​ໄດ້​ສ້າງ​ກາລະ​ໂອກາດ​ອຳນວຍ​ຄວາມ​ສະດວກ​ເພື່ອ​ລຸກ​ຮື້​ຂຶ້ນ​ຢືດ​ເອົາ​ອຳນາດ​ການ​ປົກຄອງ. ທ່ານ ​ເລ​ດຶກ​ເວີນ, ​ເວລາ​ນັ້ນ​ຮັບຜິດຊອບ​ວຽກ​ງານ​​ໂຄສະນາ​ຂົນຂວາຍ​ຊາວ​ໜຸ່ມ ຫວຽດມິນ ກຳ​ແພງ ຮ່ວາງ​ຢ້ຽວ, ທັງ​ຮັບຜິດຊອບ​ໜັງສືພິມ​ຂວັນ​ໃຈ​ປະ​ເທດ​, ​ເລົ່າ​ສູ່​ຟັງ​ວ່າ:

ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳສັ່ງ​ຈາກຄະນະ​ພັກ​ນະຄອນ​ແມ່ນ​ສະມາຊິກ​ທຸກ​ຄົນ​ຕ້ອງ​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ຂອງ​ລັດຖະບານ ​ເຈິ່ນຈ້ອງ​ກິມ​ ເພື່ອ​ທຳລາຍ​ງານ​ໂຮມ​ຊຸມ​ນຸມນັ້ນ, ຫັນ​ງານ​​ໂຮມ​ຊຸມນຸມ​ຂອງ​ລັດຖະບານ​ຫຸ່ນ​ ໃຫ້​ເປັນ​ງານ​ໂຮມ​ຊຸມນຸມ​ຂອງ​ຕົນ. ພວກ​ຂ້າພະ​ເຈົ້າ​ໄດ້​ຂົນຂວາຍ​ຊາວ​ໜຸ່ມ, ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ກູ້​ຊາດ, ຜູ້​ໃດ​​ກໍ່ເອົາ​ທຸງ​ແດງ​ດາວ​ເຫຼືອງ​ໄປ​ນຳ ​ແລະ ມອບ​ໃຫ້​ໜ່ວຍ​ໜຶ່ງ​ຂຶ້ນຢືດ​ເວ​ທີ​ປາ​ໄສ, ຮຽກຮ້ອງ​ທຸກ​ຄົນ​ສະໜັບສະໜູນ​ຫວຽດມິນ, ລຸກ​ຮື້ຂຶ້ນ​ຍາດ​ເອົາ​ເອກະລາດ“.

ຫວນ​ຄືນ​ອະນຸສອນ​ໃນ​ຊຸ່ມ​ວັນ​ນັ້ນ, ທ່ານ ຕື່ງອກ​ຮວານ, ສະມາຊິກ​​ແນວ​ໂຮມ ຫວຽດມິນ​ກຳ​ແພງ ຮ່ວາງ​ຢ້ຽວ, ຖື​ວ່າ, ຄຳ​ຕັດສິນ​ລຸກ​ຮື້​ຂຶ້ນ​ໃນ​ວັນ​ທີ 19/8/1945 ​ແມ່ນ​ຄຳ​ຕັດສິນ​ທີ່​ສະຫຼາດ​, ແຫຼມ​ຄົມ ​ແລະ ​ໄດ້​ປະສົບ​ຜົນສຳ​ເລັດ.

ຍາດ​ໄດ້ຜົນ​ງານ​ດັ່ງກ່າວ, ຂ້າພະ​ເຈົ້າ​ເອງ​ຄິດ​ວ່າ, ນັ້ນ​ແມ່ນ​ການ​ຊີ້​ນຳ​ນຳພາ​ຢ່າງ​ເດັດ​ດຽວ, ອ່ອນ​ໂຍນ​ຂອງ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ ຮ່າ​ໂນ້ຍ, ພ້ອມ​ກັບ​ນ້ຳ​ໃຈ​ພິລະ​ອາດ​ຫານ​ຂອງ​ຊາວ​ໜຸ່ມ​ຍິງ​ຊາຍ​ກຳ​​ແພງ ຮ່ວາງ​ແທ່ງ. ຢູ່​ໃນ​ໂລກ​ບໍ່​ເຄີຍ​ມີ​ການ​ບຸກ​ໂຈມ​ຕີ​ໃສ່​ຄ້າຍ​​ໃດ​ທີ່​ສາມາດ​ຈັບ​ຕົວ​ສັດຕູ​ໄດ້ 400 ຄົນ, ຖອນ​ຄືນ​ສາງ​ອາວຸດ​ແຫ່ງ​ໜຶ່ງ, ​ແຕ່​ບໍ່​ຕ້ອງ​ໃຊ້​ກຳລັງ​ແຮງ, ບໍ່​ຕ້ອງ​ໃຊ້​ອາວຸດ“.

ການ​ປະຕິວັດ​ເດືອນ 8 ສຳ​ເລັດ​ຜົນ​ແມ່ນ​ເຕົ້າ​ໂຮມ​ໄດ້​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ໃນ​ນັ້ນ​ມີ​ການ​ປະກອບ​ກຳລັງ​ແຮງ​ຂອງ​ບັນດາ​ພະນັກງານ ຫວຽດມິນ ກຳ​ແພງ ຮ່ວາງ​ຢ້ຽວ. ອະນຸສອນ​ກ່ຽວ​ກັບ​ຊຸ່ມ​ວັນ​ເດືອນ​ປະຫວັດສາດ​ນັ້ນ​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ຕະຫຼອດ​ໄປ.

 

ຂ່າວ/ບົດ​ອື່ນ