ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ

(VOVWORLD) - ບັນດາຝ່າຍຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ທັດສະນະ ແລະ ຕ້ອງມີເວລາຕື່ມອີກເພື່ອສືບຕໍ່ປຶກສາຫາລື.
ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ - ảnh 1ກອງປະຊຸມສະມັດຊາໃຫຍ່, ສປຊ ໃນວັນທີ  11/12/2023 (ພາບ: TTXVN)

ວາລະການປ່ອນບັດຮັບຮອງເອົາມະຕິຢູ່ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປະທະກັນຢູ່ ກາຊາ ໄດ້ດຳເນີນໃນຕອນຄ່ຳວັນທີ 19 ທັນວາ ຕາມເວລາທ້ອງຖິ່ນ.  ບັນດາປະເທດ ກຳມະການ ສະພາຄວາມໝັ້ນຄົງ ສປຊ ຍັງຊອກຫາວິທີເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຮ່າງມະຕິ ໂດຍ ສະຫະລັດ ອາຣັບ ເອມມີເລດ (UAE) ສະເໜີ,  ສຸມໃສ່ການເປີດກວ້າງ ແລະ ຕິດຕາມກວດກາການປະຕິບັດການຊ່ວຍເຫຼືອມະນຸດສະທຳຢູ່ເຂດ ກາຊາ. ແຕ່ວ່າ, ຕາມແຫຼ່ງຂ່າວທາງການທູດ ໃຫ້ຮູ້ວ່າ ປັດຈຸບັນ, ບັນດາປະເທດພວມປຶກສາຫາລືກ່ຽວກັບເອກະສານສະບັບປັບປຸງໃໝ່ ເພື່ອແນໃສ່ບັນລຸໄດ້ຄວາມປະນິປະນອມ, ຮຽກຮ້ອງໃຫ້ “ຢຸດການກະທຳເປັນປໍລະປັກໄວ້ຊົ່ວຄາວ ເພື່ອສ້າງເງື່ອນໄຂໃຫ້ສຳຜັດກັບການຊ່ວຍເຫຼືອມະນຸດສະທຳຢ່າງປອດໄພ ແລະ ບໍ່ຖືກກີດຂວາງ, ແລະ ເປັນພື້ນຖານ ແກ່ບາດກ້າວຮີບດ່ວນ ມຸ່ງໄປເຖິງການຢຸດຕິການກະທຳເປັນປໍລະປັກແບບຍືນຍົງ”.

        ໃນວາລະປະຊຸມຢູ່ ສະພາຄວາມໝັ້ນຄົງ ສຊປ ໃນວັນທີ 19 ທັນວາ, ບັນດາຝ່າຍຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ທັດສະນະ ແລະ ຕ້ອງມີເວລາຕື່ມອີກເພື່ອສືບຕໍ່ປຶກສາຫາລື.

 

ຕອບກັບ

ຂ່າວ/ບົດ​ອື່ນ