ການປະທະກັນ ອິດສະຣາແອນ - ຮາມາດ: ການເຈລະຈາ ກາຍໂຣ ບັນລຸຄວາມກ້າວໜ້າແຕ່ຍັງມີສິ່ງທ້າທາຍ

(VOVWORLD) - ແລະກໍ່ໃນວັນທີ 1 ເມສາ, ສື່ມວນຊົນ ຊີຣີ ໄດ້ໃຫ້ຂ່າວວ່າ ມີຢ່າງໜ້ອຍສຸດ 8 ຄົນເສຍຊີວິດໃນການບຸກໂຈມຕີທາງອາກາດໂດຍກອງທັບ ອາກາດ ອິດສະຣາແອນ ປະຕິບັດແນໃສ່ສະຖານກົງສູນຂອງ ອີຣານ, ປະຈຳນະຄອນຫຼວງ ດາມາກຸດ.
ການປະທະກັນ ອິດສະຣາແອນ - ຮາມາດ: ການເຈລະຈາ ກາຍໂຣ ບັນລຸຄວາມກ້າວໜ້າແຕ່ຍັງມີສິ່ງທ້າທາຍ - ảnh 1ຄອບຄົວໜຶ່ງເດີນທາງອອກຈາກນະຄອນ Rafah
(ພາບ:AFP/Getty)

ວັນທີ 1 ເມສາ, ສື່ມວນຊົນ ອິດສະຣາແອນ ໃຫ້ຮູ້ວ່າ: ວິວັດທະນາການເຈລະຈາຢຸດຍິງພວມດຳເນີນໄປຢູ່ ກາຍໂຣ, ປະເທດ ອີຢິບ, ໄດ້ບັນລຸບາງຄວາມກ້າວໜ້າຈຳນວນໜຶ່ງ. ແຕ່ເຖິງຢ່າງໃດກໍ່ຕາມ, ການມຸ່ງໄປເຖິງຂໍ້ຕົກລົງຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ບາງເຈົ້າໜ້າທີ່ຂັ້ນສູງ ອິດສະຣາແອນ ຢັ້ງຢືນຄວາມຄືບໜ້າຂອງການເຈລະຈາທີ່ກ່ຽວຂ້ອງເຖິງເລື່ອງກອງທັບ ອິດສະຣາແອນ ຕັດສິນໃຈປະຕິບັດແຜນການບຸກໂຈມຕີທາງບົກໃສ່ນະຄອນ Rafah, ກ້ຳໃຕ້ສຸດເຂດ ກາຊາ.

        ແລະກໍ່ໃນວັນທີ 1 ເມສາ, ສື່ມວນຊົນ ຊີຣີ ໄດ້ໃຫ້ຂ່າວວ່າ ມີຢ່າງໜ້ອຍສຸດ 8 ຄົນເສຍຊີວິດໃນການບຸກໂຈມຕີທາງອາກາດໂດຍກອງທັບ ອາກາດ ອິດສະຣາແອນ ປະຕິບັດແນໃສ່ສະຖານກົງສູນຂອງ ອີຣານ, ປະຈຳນະຄອນຫຼວງ ດາມາກຸດ. ຕາມສຳນັກຂ່າວສານ SANA ຂອງ ຊີຣີ ແລ້ວ, ຕຶກອາຄານຖືກລູກສອນໄຟທຳລາຍ ແລະ ໃນຈຳນວນຜູ້ປະສົບເຄາະຮ້າຍມີຜູ້ບັນຊາການຂັ້ນສູງຂອງກຳລັງພິທັກການປະຕິວັດ ອິດສະລາມ ອີຣານ (IRGC).

        ໃນທັນທີ, ວົງການເຈົ້າໜ້າທີ່ ອີຣານ ຖະແຫຼງຈະໂຕ້ຕອບການກະທຳຂອງ ອິດສະຣາແອນ ຢ່າງແຮງ. ທ່ານ Hossein Amirabdollahian, ລັດຖະມົນຕີການຕ່າງປະເທດ ອີຣານ ຊີ້ແຈ້ງການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ເຂົ້າໃສ່ສະຖານກົງສູນຂອງ ອີຣານ ແມ່ນການລະເມີດບັນດາຂໍ້ກຳນົດ ແລະ ສົນທິສັນຍາສາກົນຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ