ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ: ການ​ເຈ​ລະ​ຈາ​ຢຸດ​ຍິງ ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່ ກາຍ​ໂຣ, ເອ​ຢິບ

(VOVWORLD) - ວັນທີ 30 ມີນາ, ສື່ມວນຊົນພາກພື້ນ ໄດ້ລົງຂ່າວວ່າ ການເຈລະຈາທາງອ້ອມ ລະຫວ່າງ ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດໄດ້ຮັບການເຊື່ອມຕໍ່ໃນວັນທີ 31 ມີນາ ຢູ່ນະຄອນຫຼວງ ກາຍໂຣ ຂອງ ເອຢິບ.

ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ: ການ​ເຈ​ລະ​ຈາ​ຢຸດ​ຍິງ ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່ ກາຍ​ໂຣ, ເອ​ຢິບ - ảnh 1ພາບປະກອບ: TTXVN

ວິວັດທະນາການເຈລະຈາສືບຕໍ່ໄດ້ຮັບການປົກປ້ອງຈາກບັນດາຜູ້ເປັນກາງສາກົນ ທີ່ມາຈາກ ອາເມລິກາ, ເອຢິບ ແລະ ກາຕາ, ເພື່ອແນໃສ່ເປົ້າໝາຍບັນລຸຂໍ້ຕົກລົງຢຸດຍິງ ໃນໄລຍະຍາວ ຢູ່ເຂດກາຊາ, ພ້ອມກັບເງື່ອນໄຂແລກປ່ຽນຕົວປະກັນ ແລະ ນັກໂທດ ລະຫວ່າງ ອິດສະລາແອັນ ແລະ ຮາມາດ.

ວິວັດທະນາການ ເຈລະຈາ ກາຍໂຣ ໄດ້ເຊື່ອມຕໍ່ຄືນໃໝ່ພາຍຫຼັງ 1 ອາທິດ ຮອບເຈລະຈາຢູ່ ນະຄອນຫຼວງ ໂດຮາ, ກາຕາ ຖືກລົ້ມເຫຼວ ຍ້ອນ ອິດສະລາແອັນ ແລະ ຮາມາດ ບໍ່ສາມາດແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບບາງເນື້ອໃນສຳຄັນຂອງ ຂໍ້ຕົກລົງຢຸດຍິງໄດ້. ຕາມສື່ມວນຊົນ ອິດສະລາແອັນແລ້ວ, ສະມາຊິກຄະນະປະຕິບັດງານຂອງ ປະເທດນີ້ ທີ່ເຂົ້າຮ່ວມຮອບເຈລະຈາຢູ່ ກາຍໂຣໃນວັນທີ 31 ມີນາ ແມ່ນເຈົ້າໜ້າທີ່ໃນສອງອົງການສືບຂ່າວ Shin Bet ແລະ Mossad.

ຕອບກັບ

ຂ່າວ/ບົດ​ອື່ນ