ການປະທະກັນ ຮາມາດ - ອິດສະຣາແອນ: UNHCR ພິຈາລະນາການຮຽກຮ້ອງເກືອດຫ້າມອາວຸດສຳລັບ ອິດສະຣາແອນ

(VOVWORLD) - ໃນພື້ນທີ່ຕົວຈິງ, ວັນທີ 3 ເມສາ, ກອງທັບ ອິດສະຣາແອນ ສືບຕໍ່ເປີດການບຸກໂຈມຕີສົມທົບກັບທະຫານບົກ, ທະຫານປືນໃຫຍ່ ແລະ ກອງທັບອາກາດແນໃສ່ຫຼາຍເປົ້າໝາຍໃນເຂດດິນແດນ ກາຊາ.
ການປະທະກັນ ຮາມາດ - ອິດສະຣາແອນ: UNHCR ພິຈາລະນາການຮຽກຮ້ອງເກືອດຫ້າມອາວຸດສຳລັບ ອິດສະຣາແອນ - ảnh 1ຊາກຫັກພັງພາຍຫຼັງການປະທະກັນຢູ່ເຂດ ກາຊາ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 3 ເມສາ, ພາຍຫຼັງຄະນະເຈລະຈາ ອິດສະຣາແອນ ເດີນທາງອອກຈາກ ກາຍໂຣ (ປະເທດ ອີຢິບ) ກັບເມືອປະເທດໜຶ່ງວັນ, ທ່ານ ພົນຕີ Herzi Halevi, ຫົວໜ້າເສນາທິການກຳລັງປ້ອງກັນ ອິດສະຣາແອນ (IDF) ໄດ້ຖະແຫຼງວ່າ IDF ຈະສືບຕໍ່ຍູ້ແຮງການເຄື່ອນໄຫວດ້ານການທະຫານຢູ່ ເຂດ ກາຊາ; ແລະເນັ້ນໜັກວ່ານີ້ແມ່ນມາດຕະການໜຶ່ງດຽວເພື່ອບັນລຸໄດ້ບັນດາເປົ້າໝາຍວາງອອກໃນບັ້ນຮົບດ້ານ ຮາມາດ.

        ໃນພື້ນທີ່ຕົວຈິງ, ວັນທີ 3 ເມສາ, ກອງທັບ ອິດສະຣາແອນ ສືບຕໍ່ເປີດການບຸກໂຈມຕີສົມທົບກັບທະຫານບົກ, ທະຫານປືນໃຫຍ່ ແລະ ກອງທັບອາກາດແນໃສ່ຫຼາຍເປົ້າໝາຍໃນເຂດດິນແດນ ກາຊາ.

        ໂດຍກ່ຽວຂ້ອງເຖິງວິວັດການເຈລະຈາມຸ່ງໄປເຖິງຄຳສັ່ງຢຸດຍິງໃໝ່ທີ່ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ, ວັນທີ 3 ເມສາ, ທ່ານ Sheikh Mohammed bin Abdulrahman Al-Thaini, ນາຍົກລັດຖະມົນຕີ ກາຕາ ໄດ້ຢັ້ງຢືນວ່າ: ການປະຕິເສດຂອງ ອິດສະຣາແອນ ສຳລັບສິດກັບເມືອບ້ານຂອງປະຊາຊົນເຂດ ກາຊາ ເໜືອ ແມ່ນສາຍເຫດຕົ້ນຕໍກີດຂວາງວິວັດການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ