ການປະທະກັນ ຮາມາດ - ອິດສະຣາແອນ: ກາຕາ ມີຄວາມປະເອີບໃຈ ຈະບັນລຸຂໍ້ຕົກລົງກ່ຽວກັບຕົວປະກັນໂດຍໄວ

(VOVWORLD) - ສ່ວນທ່ານ Josep Borrell ຖືວ່າ ຕ້ອງຖືບັນຫາມະນຸດສະທຳຢູ່ເຂດ ກາຊາ ແມ່ນບາດກ້າວທຳອິດໃນມາດຕະການການເມືອງ ແລະ ຈາກນັ້ນແມ່ນມາດຕະການ ສອງລັດ ເພື່ອຢຸດຕິການປະທະກັນລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ.
ການປະທະກັນ ຮາມາດ - ອິດສະຣາແອນ: ກາຕາ ມີຄວາມປະເອີບໃຈ ຈະບັນລຸຂໍ້ຕົກລົງກ່ຽວກັບຕົວປະກັນໂດຍໄວ - ảnh 1ປະຊາຊົນພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອນ ໃສ່ເຂດ ກາຊາ
(ພາບ:AFP/TTXVN)

ວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ກາຕາ Mohammed bin Abdulrahman Al Thani ໃຫ້ຮູ້ວ່າ: ປະຈຸບັນ, ຂໍ້ຕົກລົງກ່ຽວກັບການປ່ອຍຕົວ ບັນດາຕົວປະກັນ ເຊິ່ງຖືກ ຮາມາດ ຈັບໃນບັນດາການບຸກໂຈມຕີເຂົ້າ ອິດສະຣາແອນ ໃນວັນທີ 7 ຕຸລາ ໄດ້ສຸມໃສ່ແກ້ໄຂບັນຫານ້ອຍພຽງບາງຢ່າງເທົ່ານັ້ນ.

        ກ່າວຄຳເຫັນໃນການປະຊຸມຖະແຫຼງການຮ່ວມກັບທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍດ້ານຄວາມໝັ້ນຄົງ ແລະ ການພົວພັນຕ່າງ ປະເທດຂອງສະຫະພາບ ເອີລົບ (EU), ທ່ານ Mohammed bin Abdulrahman Al Thani, ໃຫ້ຮູ້ວ່າ “ບັນດາບັນຫາທີ່ຍັງຄົງຄ້າງໃນການເຈລະຈາແມ່ນນ້ອຍທີ່ສຸດ, ມັນກ່ຽວຂ້ອງເຖິງບັນຫາພາລະທິການ ແລະ ສະພາບການຕົວຈິງ ຫຼາຍກ່ວາ ເຊິ່ງແມ່ນປັດໄຈທີ່ມີລັກສະນະຫຼັກແຫຼ່ງ”. ກໍ່ຕາມການນຳ ກາຕາ ແລ້ວ, ຂໍ້ຕົກລົງປ່ອຍຕົວຕົວ ປະກັນໄດ້ຢຶນຢູ່ຕໍ່ໜ້າຄວາມສ່ຽງຖືກພັນທະລາຍເປັນຫຼາຍຄັ້ງໃນ 2 – 3 ອາທິດມໍ່ໆມານີ້ ແຕ່ທ່ານເຊື່ອໝັ້ນວ່າ ບັນດາຝ່າຍໄດ້ຫຍັບມໍ່ເຂົ້າກັບຂໍ້ຕົກລົງເພື່ອຊ່ວຍບັນດາຕົວປະ ກັນໄດ້ກັບເມືອດ້ວຍຄວາມປອດໄພ.

        ສ່ວນທ່ານ Josep Borrell ຖືວ່າ ຕ້ອງຖືບັນຫາມະນຸດສະທຳຢູ່ເຂດ ກາຊາ ແມ່ນບາດກ້າວທຳອິດໃນມາດຕະການການເມືອງ ແລະ ຈາກນັ້ນແມ່ນມາດຕະການ ສອງລັດ ເພື່ອຢຸດຕິການປະທະກັນລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ.

        ໃນໄລຍະຜ່ານມາ, ກາຕາ ມີຄວາມມານະພະຍາຍາມສວມບົດບາດເປັນຄົນກາງ ໄກ່ເກ່ຍ ໃນການປະທະກັນກ່ຽວກັບການປ່ອຍຕົວຕົວປະກັນ ຊາງອິດສະຣາແອນ 240 ຄົນ ທີ່ຖືກຮາມາດ ຈັບຕົວ ເພື່ອແລກເອົາຄຳສັ່ງຢຸດຍິງຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ