ການ​ປະ​ທະ​ກັນ ​ຮາ​ມາ​ດ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ ຈັດ​ສົ່ງ​ຄະ​ນະ​ເຈ​ລະ​ຈາ ກ່ຽວ​ກັ​ບ ກ​ານແລກ​ປ່ຽນ​ຕົວ​ປະ​ກັນ ໄປ​ຍັງ​ປາ​ຣີ

(VOVWORLD) - ຂໍ້ຕົກລົງໄດ້ຍົກອອກມາພາຍຫຼັງ ຂະບວນການ ຮາມາດ ສະແດງໃຫ້ເຫັນ ໄຫວພິບທີ່ກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບຂໍ້ຕົກລົງແມ່ໂດຍ ອາເມລິກາ ສ້າງຂຶ້ນ.
ການ​ປະ​ທະ​ກັນ ​ຮາ​ມາ​ດ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ ຈັດ​ສົ່ງ​ຄະ​ນະ​ເຈ​ລະ​ຈາ ກ່ຽວ​ກັ​ບ ກ​ານແລກ​ປ່ຽນ​ຕົວ​ປະ​ກັນ ໄປ​ຍັງ​ປາ​ຣີ - ảnh 1ພາບປະກອບ: THX/TTXVN

ຕອນຄ່ຳວັນທີ 22 ກຸມພາ, ຄະນະລັດຖະບານ ອິດສະລາແອັນ ໄດ້ ລົງປະຊາມະຕິຮັບຮອງເອົາຂໍ້ຕົກລົງຈັດສົ່ງຄະນະຜູ້ແທນ ໄປຍັງ ປາຣີ ເພື່ອແນໃສ່ເຊື່ອມຕໍ່ການເຈລະຈາກ່ຽວກັບຕົວປະກັນ ແລະ ຄຳສັ່ງຢຸດຍິງ ກັບຂະບວນການອິດສະລາມ ຮາມາດ ຜ່ານການເປັນກາງຂອງ ອາເມລິກາ.ເອຢິບ ແລະ ກາຕາ. ຂໍ້ຕົກລົງໄດ້ຍົກອອກມາພາຍຫຼັງ ຂະບວນການ ຮາມາດ ສະແດງໃຫ້ເຫັນ ໄຫວພິບທີ່ກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບຂໍ້ຕົກລົງແມ່ໂດຍ ອາເມລິກາ ສ້າງຂຶ້ນ.

ແລະກໍ່ໃນວັນດຽວກັນ, ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ທ່ານ Brett McGurk ທູດພິເສດກ່ຽວກັບພາກຕາເວັນອອກກາງ ຂອງ ທຳນຽບຂາວ ໄດ້ລາຍງານ ບັນດາສັນຍານເບື້ອງຕົ້ນວ່າ ບັນດາການເຈລະຈາກັບວົງການການນຳ ອິດສະລາແອັນ ໄດ້ດຳເນີນໄປ ຢ່າງດີງາມ ແລະ ມີລັກສະນະສ້າງສັ້ນ”. ທ່ານ Brett McGurk ພວມຢູ່ Tel Aviv ເພື່ອແນໃສ່ເກັ້ຍກ່ອນບັນດາການນຳ ອິດສະລາແອັນ ເຫັນດີເຊື່ອມຕໍ່ ການເຈລະຈາກ່ຽວກັບຂໍ້ຕົກລົງແລກປ່ຽນຕົວປະກັນ ແລະ ຄຳສັ່ງຢຸດຍິງຄືນໃໝ່ ເຊິ່ງຄາດວ່າຈະດຳເນີນຢູ່ ປາຣີ ໃນທ້າຍອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ