ການ​ປະ​ທະ​ກັນ ຮາ​ມາດສ - ອິດ​ສະ​ລາ​ແອັນ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຢັ້ງ​ຢືນ​ສືບ​ຕໍ່​ບັ້ນ​ຮົບຢູ່ Rafah

(VOVWORLD) - ວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ຖະແຫຼງວ່າ ບັນດາກຳລັງປະເທດນີ້ ຈະສືບຕໍ່ດຳເນີນການເຄື່ອນໄຫວການທະຫານ ຢູ່ ເຂດກາຊາ, ເຖິງວ່າ ອາເມລິກາ ປະລະຄວາມອາດສາມາດຢຸດຕິການຈະສະໜອງອາວຸດໃຫ້ແກ່ ອິດສະລາແອັນ.

ການ​ປະ​ທະ​ກັນ ຮາ​ມາດສ - ອິດ​ສະ​ລາ​ແອັນ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຢັ້ງ​ຢືນ​ສືບ​ຕໍ່​ບັ້ນ​ຮົບຢູ່ Rafah - ảnh 1(ພາບປະກອບ: THX/TTXVN)

ໃນສື່ສັງຄົມອອນໄລ X, ທ່ານ Benjamin Netanyahu ໄດ້ເນັ້ນນັກວ່າ ອິດສະລາແອັນ ຈະສືບຕໍ່ບັ້ນຮົບການທະຫານຢູ່ເຂດ ກາຊາ ເຖິງວ່າມີຄວາມກົດດັນຄືແນວໃດກໍ່ຕາມ. ກ່ອນໜ້ານັ້ນ, ໃນວັນທີ 8 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຖະແຫຼງຈະຢຸດຕິການສະໜອງອາວຸດ ໃຫ້ແກ່ ອິດສະລາແອັນ ເພື່ອດຳເນີນບັ້ນຮົບການທະຫານ ທີ່ມີຂອບຂະໜາດໃຫຍ່ຢູ່ Rafah, ເຊິ່ງແມ່ນສະຖານທີ່ມີຊາວປາແລດສະຕິນກ່ວາ 1 ລ້ານຄົນ ພວມລີ້ໄພ ນັບແຕ່ເວລາເກີດການປະທະກັນ ລະຫວ່າງ ຂະບວນການ ຮາມາດສ ແລະ ອິດສະລາແອັນ ໃນເດືອນ ຕຸລາ ປີ 2023.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ຕາງໜ້າ ຮາມາດສ ທີ່ເຂົ້າຮ່ວມການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ ໄດ້ເດີນທາງອອກຈາກນະຄອນຫຼວງ ກາຍໂຮ ຂອງ ເອຢິບ. ຂໍ້ມູນນີ້ ໂດຍທ່ານ Ezzat Al-Rashq ສະມາຊິກຫ້ອງການການເມືອງຂອງ ຮາມາດສ ຍົກອອກມາ. ໃນແຈ້ງການ, ທ່ານ Al-Rashq ຢັ້ງຢືນວ່າ ຮາມາດສ ຍັງເຫັນດີຕໍ່ຂໍ້ສະເໜີກ່ຽວກັບຂໍ້ຕົກລົງຢຸດຍິງ ເຊິ່ງບັນດານັກໄກ່ເກ່ຍ ເອຢິບ ແລະ ກາຕາ ສົ່ງມາຍັງຂະບວນການ, ພ້ອມທັງຖືວ່າ ບັນດາການກະທຳດ້ານການທະຫານ ຂອງ ອິດສະລາແອັນ ຢູ່ Rafah ແມ່ນເພື່ອແນໃສ່ ສະກັດກັ້ນ ທຸກຄວາມມານະພະຍາຍາມຂອງ ບັນດາຜູ້ເປັນກາງໄກ່ເກ່ຍ ໃນການບັນລຸໄດ້ຄຳສັ່ງຢຸດຍິງ ຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ