ການປະທະກັນຖືກເກີດຂຶ້ນຢູ່ Aleppo ພາຍຫຼັງຄຳສັ່ງຢຸດຍິງໝົດກຳນົດເວລາ

ການປະທະກັນຖືກເກີດຂຶ້ນຢູ່ Aleppo ພາຍຫຼັງຄຳສັ່ງຢຸດຍິງໝົດກຳນົດເວລາ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ​ພາຍ​ຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ພຽງ​ລຳ​ພັງ​ຝ່າຍ​ດຽວ ໂດຍ​ລັດ​ເຊຍ ຖະ​ແຫຼງ​ຢູ່​ນະ​ຄອນ Aleppo ຂອງ​ຊີ​ຣີ ໝົດ​ກຳ​ນົດ​ເວ​ລາ, ບັນ​ດາ​ການ​ປະ​ທະ​ກັນ​ຢ່າງ​ຮຸນແຮງ​ລະ​ຫວ່າງ​ກຳ​ລັງ​ລັດ​ຖະ​ບານ​ຊີ​ຣີ ແລະ ພວກ​ກະ​ບົດ ໄດ້​ເກີດ​ຂຶ້ນ​ຢູ່​ນະ​ຄອນນີ້​ໃນ​ວັນ​ທີ 22/10. ອົງ​ການ​ຕິດ​ຕາມ​ສິດ​ທິ​ມະ​ນຸດ​ຊີ​ຣີ (SOHR) ໃຫ້​ຮູ້​ວ່າ, ການ​ປະ​ທະ​ກັນ​ຖືກ​ເກີດ​ຂຶ້ນ​ຢ່າງ​ແຮງ ຢູ່​ບາງ​ເຂດ​ລຽບ​ຕາມ​ເຂ​ດ​ຊາຍ​ແດນ Aleppo. ບັນ​ດາ​ການ​ຍິງ​ລູກ​ປືນ​ໃໝ່​ແນໃສ່​ເມືອງ Salaheddin ແລະ Mashhad ໂດ​ຍ​ພວກລຸກ​ຮື້​ຂຶ້​ນ​ຄວບ​ຄຸ​ມໄດ້​ເຮັດ​ໃຫ້ 3 ຄົນ​ຮັບ​ບາດ​ເຈັບ. ເມືອງ Sheikh Saeed, ກໍ່​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ແລະ ຖືກ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເປັນ​ຄັ້ງ​ທຳ​ອິດ ພາຍ​ຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ໝົດ​ກຳ​ນົດ​ເວ​ລາ.

ຂ່າວ/ບົດ​ອື່ນ