ການປະທະກັນຢູ່ Nagorno-Karabakh: ອາເມລິກາ ສາມາດເປັນກາງໄກ່ເກ່ຍ

(VOVWORLD) -ທ່ານນາຍົກລັດຖະມົນຕີອາກເມນີ Nikol Pashinyan ແລະ ທ່ານປະທານາທິບໍດີອາແຊັກໄບຊານ Ilham Aliyev ພວມຊັງຊາຕໍ່ການຈັດຕັ້ງບັນດາການເຈລະຈາສັນຕິພາບ ເພື່ອແກ້ໄຂການປະທະກັນຢູ່ Nagorno-Karabakh.

ການປະທະກັນຢູ່ Nagorno-Karabakh: ອາເມລິກາ ສາມາດເປັນກາງໄກ່ເກ່ຍ - ảnh 1

ນາຍົກລັດຖະມົນຕີອາກເມນີ ແລະ ທ່ານປະທານາທິບໍດີອາແຊັກໄບຊານພວມຊັງຊາຕໍ່ການຈັດຕັ້ງບັນດາການເຈລະຈາສັນຕິພາບເພື່ອແກ້ໄຂການປະທະກັນຢູ່ Nagorno-Karabakh

(ພາບ: AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດອາແຊັກໄບຊານ ແລະ ອາກເມນີ, ເຊິ່ງແມ່ນ 2 ປະເທດພວມຕົກເຂົ້າສູ່ການປະທະກັນທີ່ນອງເລືອດຢູ່ Nagorno-Karabakh, ຄາດວ່າຈະມີການພົບປະສະເພາະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນທີ 23 ຕຸລາ. ປະຈຸບັນ, ຍັງບໍ່ທັນຮູ້ວ່າ ລັດຖະມົນຕີການຕ່າງປະເທດ 2 ທ່ານນີ້ຈະພົບປະສະເພາະ ຫຼື ຝ່າຍອາເມລິກາ ຈະຈັດການພົບປະ 3 ຝ່າຍ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີອາກເມນີ Nikol Pashinyan ແລະ ທ່ານປະທານາທິບໍດີອາແຊັກໄບຊານ Ilham Aliyev ພວມຊັງຊາຕໍ່ການຈັດຕັ້ງບັນດາການເຈລະຈາສັນຕິພາບ ເພື່ອແກ້ໄຂການປະທະກັນຢູ່ Nagorno-Karabakh. ຕາມທ່ານນາຍົກລັດຖະມົນຕີ Nikol Pashinyan ແລ້ວ, ການປະທະກັນຢູ່ Nagorno-Karabakh ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ. ສ່ວນທ່ານປະທານາທິບໍດີ Ilham Aliyev ເນັ້ນໜັກວ່າ ຍາມໃດກໍ່ພ້ອມແລ້ວທີ່ຈະພົບປະກັບຜູ້ຕາງໜ້າ ອາກເມນີ ຢູ່ ມົດສະກູ ຫຼື ບໍ່ວ່າຢູ່ແຫ່ງໃດເພື່ອແນໃສ່ຢຸດຕິສະພາບສູ້ຢັນກັນ ແລະ ຊອກຫາມາດຕະການແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ